ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກສ ເມືອງວຽງພູຄາ ສຶກສາອົບຮົມ ພາກສ່ວນດັດແປງສະພາບເຕັກນິກລົດຈັກ

Oct 24, 2024

ໃນວັນທີ 17 ຕຸລາ 2024 ນີ້, ກອງຈາລະຈອນ ປກສ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ແຕ່ງຕັ້ງກຳລັງວິຊາສະເພາະ ຈຳນວນ 22 ສະຫາຍ ໄດ້ອອກເຄື່ອນໄຫວຕາມຂອບເຂດຈຸດກວດກາປະຈໍາປ້ອມສີແຍກ ແລະ ເຂດຕ່າງໆ ພາຍໃນເທດບານເມືອງ ໄດ້ພົບເຫັນຜູ້ລະເມີດການສັນຈອນ ໂດຍການດັດແປງສະພາບເຕັກນິກລົດຈັກ ຈຳນວນ 18 ຄັນ ແລະ ລະເມີດກົດລະບຽບການສັນຈອນ 04 ກໍລະນີ ພ້ອມທັງຢຶດລົດຈຳນວນດັ່ງກ່າວ. ຈາກນັ້ນ, ມາໃນວັນທີ 21 ຕຸລາ 2024 ຈຶ່ງໄດ້ເຊີນເອົາພໍ່ແມ່ຜູ້ປົກຄອງ ແລະ ຜູ້ທີ່ລະເມີດມາສຶກສາອົບຮົມກ່າວເຕືອນ. ເປັນກຽດເຂົ້າຮ່ວມໂດຍ ຮອ ເຝືອງ ລໍເມືອງເສີນ ຫົວໜ້າໜ່ວຍງານກອງຈະລາຈອນ ປກສ ເມືອວຽງພູຄາ ແຂວງຫຼວງນ້ຳທາ ແລະ ພະນັກງານວິຊາສະເພາະ ເຂົ້າຮ່ວມ.
ຮອ ເຝືອງ ລໍເມືອງເສີນ ໃຫ້ຮູ້ວ່າ: ການທີ່ເຊີນເອົາພໍ່ແມ່ຜູ້ປົກຄອງ ແລະ ຜູ້ທີ່ລະເມີດລະບຽບການສັນຈອນເຂົ້າມາໃນຄັ້ງນີ້ ກໍ່ເພື່ອເປັນການສຶກສາອົບຮົມ ແລະ ກ່າວເຕື່ອນຜູ້ຂັບຂີ່ ຈຳນວນ 22 ຄົນ ທີ່ດັດແຕ່ງສະພາບເຕັກນິກລົດຈັກ ຈຳນວນ 18 ຄັນ ແລະ ລະເມີດກົດລະບຽບການສັນຈອນ 04 ກໍລະນີ, ຢູ່ໃນເກນອາຍຸ 17-22 ປີ. ໃນນີ້, ມີລົດດັດແປງໄຟຕາລົດ (ໄຟສີ) ຈໍານວນ 7 ຄັນ, ດັດແປ່ງທໍ່ອາຍເສຍສຽງດັງເກີນມາດຕະຖານ 7 ຄັນ, ຢາງລໍ້ລົດນ້ອຍ ແລະ ເຄື່ອງອາໄລລົດຕ່າງໆ ຈຳນວນໜຶ່ງທີ່ບໍ່ໄດ້ມາດຕະຖານຈາກໂຮງງານຜະລິດລົດ ເຊິ່ງເປັນການລະເມີດກົດລະບຽບການສັນຈອນທາງບົກ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ. ພ້ອມດຽວກັນນັ້ນ ໄດ້ສ້າງບົດບັນທຶກ ພ້ອມທັງເເນະນຳໃຫ້ເຂົາເຈົ້າ ນຳເອົາເຄື່ອງອາໄລທີ່ຖືກຕ້ອງຕາມສະພາບເຕັກນິກ ຂອງໂຮງງານມາປ່ຽນທາຍໃສ່ແທນ ຈຶ່ງອະນຸຍາດນຳເອົາລົດອອກໄປຊົມໃຊ້ໄດ້.
ທີ່ມາ: ປ້ອງກັນຄວາມສະຫງົບແຂວງຫຼວງນ້ຳທາ