ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກສ ເມືອງຫົງສາ ສຶກສາອົບຮົມຜູ້ຂັບຂີ່ລົດກວນເມືອງ ແລະ ດັດແປງສະພາບເຕັກນິກລົດ

Oct 26, 2024

ທ່ານ ພັທ ໄລ ແສນທອນ ຮອງຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫົງສາ ໄດ້ລາຍງານວ່າ: ວັນທີ 23 ຕຸລາ 2024 ໄດ້ສຶກສາອົບຮົມ, ກ່າວເຕືອນ ແລະ ເຮັດບົດບັນ ທຶກ ກັບກຸ່ມແກ້ງຂັບຂີ່ລົດໄວກວນເມືອງ ແລະ ດັດແປງສະພາບເຕັກນິກລົດ ຢູ່ພາຍໃນເທສະບານເມືອງ ຕະຫລອດໄລຍະຜ່ານ ມາ ກວດກາສະພາບເຕັກນິກລົດ ທັງໝົດ 12 ຄັ້ງ ພົບເຫັນຜູ້ລະເມີດທັງໝົດ 11 ຄົນ, ຍິງ 1 ຄົນ ຄື ແຂ່ງລົດຈັກໂດຍບໍ່ໄດ້ຮັບອານຸຍາດຢູ່ເຂດເສັ້ນທາງບ້ານຈອມແຈ້ງ 01 ຄັ້ງ ມີຜູ້ລະເມີດ 02 ຄົນ, ກັກພາກສ່ວນດັດແປງສະພາບເຕັກນິກລົດໄດ້ທັງໝົດ 11 ຄົນ, ຍິງ 1 ຄົນ,ມີລົດຈັກ 10 ຄັນ.
ຕໍ່ພາກສ່ວນລະເມີດແມ່ນໄດ້ນໍາຕົວມາກວດຫາສານເສບ ຕິດແລ້ວນໍາເຂົ້າໂຮງ ຮຽນສືກສາພົນລະເມືອງໄດ້ 02 ຄົນ, ສ້າງບົດບັນທືກສືກສາອົບຮົມ, ພ້ອມທັງຂຽນປະຫວັດຜູ້ລະເມີດລະບຽບການສັນຈອນ ແລະ ປັບໃໝຕາມລະບຍບການ ດຳລັດເລກທີ 568/ລບ ລົງວັນທີ 16 ກັນຍາ 2021 ພ້ອມທັງໃຫ້ສ້ອມແປງລົດໃຫ້ຢູ່ໃນສະພາບເດີມໄດ້ຈຳນວນ 11 ຄົນ, ຍິງ 1 ຄົນ ລົດຈັກຈໍານວນ 11 ຄັນ.