ໃນລະຫວ່າງພຶດສະພາ – ມີຖຸນາ 2025 ນີ້ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດ ປກສ ເມືອງຫຼວງນ້ຳທາ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ມີກຸ່ມຄົນບໍ່ດີເຄື່ອນໄຫວມົ້ວສຸມຢາເສບຕິດ ຢູ່ເຂດບ້ານນ້ຳຈ້າງ, ບ້ານດອນຄູນ, ບ້ານນໍ້າແດງເໜືອ ແລະ ບ້ານຫາດຍາວ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ. ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງເຄື່ອນໄຫວຕິດຕາມ, ກວດກາຕົວຈິງ ສາມາດພົບເຫັນບັນດາເປົ້າໝາຍ ແລະ ກັກຜູ້ຖືກຫາ ໄດ້ 05 ຄົນ, ຍິງ 02 ຄົນ, ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ 3.940 ເມັດ.
1. ຊື່ ທ້າວ ແຂກ ອາຍຸ 57 ປີ ຢູ່ບ້ານນໍ້າຈ້າງ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ ຈໍານວນ 307 ເມັດ;
2. ນາງ ຢີ ອາຍຸ 58 ປີ ຢູ່ ບ້ານຫາດຍາວ ພ້ອມຂອງກາງຢາບ້າ ຈໍານວນ 3,320 ເມັດ;
3. ນາງ ຈົງ ອາຍຸ 54 ປີ ຢູ່ ບ້ານນໍ້ແດງເໜືອ ພ້ອມຂອງກາງຢາບ້າ ຈໍານວນ 90 ເມັດ;
4. ທ້າວ ແອ໋ ອາຍຸ 43 ປີ ຢູ່ ບ້ານດອນຄູນ ພ້ອມຂອງກາງຢາບ້າ ຈໍານວນ 38 ເມັດ;
5. ທ້າວ ບົວຮື ອາຍຸ 56 ປີ ຢູ່ ບ້ານນໍ້າແດງ ພ້ອມຂອງກາງຢາບ້າ ຈໍານວນ 185 ເມັດ; ພວກກ່ຽວທັງ 05 ຄົນ ແມ່ນ ເມືອງຫຼວງນໍ້າທາ ແລະ ແຂວງຫຼວງນໍ້າທາ.
ທັງ 05 ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ໃນເບື້ອງຕົ້ນວ່າ: ຢາເສບຕິດປະເພດຢາບ້າ ທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນ ແມ່ນຂອງພວກກ່ຽວແທ້ ເຊິ່ງໄດ້ພົວພັນ ຊື້-ຂາຍ ນໍາຜູ້ຮ່ວມຂະບວນການດຽວກັນ.
ປັດຈຸບັນ, ເຈົ້າໜ້າທີ່ພວມດຳເນີນສອບສວນ ເພື່ອສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງ ພັກພວກຮ່ວມຂະບວນການດຽວກັນ ມາດຳເນີນຄະດີຕາມລະບຽບກົດໝາຍ.
ຂ່າວ: ປກສ ແຂວງຫຼວງນໍ້າທາ




