ວັນທີ 9 ກໍລະກົດ 2024 ນີ້, ກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ ນຳໂດຍ ທ່ານ ພັທ ຄຳພູວີ ບຸນມີໄຊ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ທ່ານ ພັຕ ບຸນມີ ຈັນທະວີສຸກ ຫົວໜ້າພະແນກຕຳຫລວດ ກອງບັນຊາການ ປກສ ເມືອງ ໄດ້ສຶກສາອົບຮົມ ກຸ່ມມົ້ວສຸມເສບສິ່ງເສບຕິດ ຈຳນວນ 20 ຄົນ, ຍິງ 2 ຄົນ ໂດຍມີພໍ່ແມ່-ຜູ້ປົກຄອງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.
ທັ້ງນີ້ເພື່ອແນໃສ່ກຸ່ມເປົ້າໝາຍດັ່ງກ່າວ ຮັບຮູ້ໄດ້ເຖິງຄວາມໝາຍຄວາມສຳຄັນຂອງລະບຽບການຕ່າງໆ, ຮູ້ ແລະ ຈຳແນກໄດ້ສິ່ງທີ່ຜີດ, ຖືກ ແລະ ແນວທາງນະໂຍບາຍຂອງພັກ-ລັດໃນໄລຍະໃໝ່. ພ້ອມທັງໄດ້ເຊັນບົດບັນທຶກ ຕໍ່ໜ້າອໍານາດການປົກຄອງ ເພື່ອປະຕິຍານຕົນຈະບໍ່ກັບໄປພົວພັນກັບສິ່ງເສບຕິດອີກ ແລະ ໄດ້ມອບໃຫ້ອໍານາດການປົກຄອງບ້ານ ກໍຄື ພໍ່-ແມ່ ຜູ້ປົກຄອງເປັນຜູ້ສືບຕໍ່ສຶກສາອົບຮົມ ແລະ ຕິດຕາມການເຄື່ອນໄຫວຂອງລູກຫລານ ກໍຄືກຸ່ມເປົ້າໝາຍ ຕື່ມອີກ.
ໂອກາດນີ້, ພາກສ່ວນກ່ຽວຂ້ອງ ໄດ້ນຳເອົາເອກະສານທີ່ສຳຄັນຈໍານວນໜຶ່ງ ມາເຜີຍແຜ່ໃຫ້ຜູ້ຖືກສຶກສາອົບຮົມໄດ້ຮັບຮູ້ເຂົ້າໃຈ ເປັນຕົ້ນ: ເອກະສານສິດ ແລະ ພັນທະຂອງພົນລະເມືອງລາວ, ເອກະສານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມລາວ, ເອກະສານຜົນຮ້າຍຂອງຢາເສບຕິດ, ປະມວນກົດໝາຍອາຍາມາດຕາ 315, 319 ແລະ 321.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ



