ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ລາຍງານໃຫ້ຮູ້ວ່າ: ໃນວັນທີ 25 ສິງຫາ 2024 ຜ່ານມາ, ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວມ້າງຄະດີຢາເສບຕິດຢູ່ເຂດບ້ານເສັດ ເມືອງໂຂງ ແຂວງຈຳປາສັກ ສາມາດໄດ້ກັກຕົວຜູ້ຖືກຫາໄດ້ 6 ຄົນ, ພ້ອມເຄື່ອງຂອງກາງຢາເສບຕິດ (ຢາໄອສ) ຈໍານວນ 50 ກິໂລກຼາມ.
ຜູ້ຖືກຫາໃນຄັ້ງນີ້ ລວມມີ:
1. ທ້າວ ສົມຊາຍ ເພັດປະທຸມມາ ອາຍຸ 42 ປີ ກຳມະກອນ ຢູ່ບ້ານປາກກະດິງ, ເມືອງປາກກະດິງ ແຂວງບໍລິຄໍາໄຊ ຖືກກັກໂຕໃນຂໍ້ກ່າວຫາ: ຄ້າ-ຂາຍ ຢາເສບຕິດ (ຢາໄອສ)ພ້ອມເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ຢາເສບຕິດ (ຢາໄອສ) ຈໍານວນ 50 ກິໂລ
ກຼາມ, ວັດຖຸສີເຫຼືອງຄ້າຍຄືຄໍາປະເພດ: ສາຍຄໍ 01 ເສັ້ນ, ແຫວນ 01 ວົງ,ແມ່ພະ 02 ອົງ, ໂທລະສັບ 01 ໜ່ວຍ, ເງິນບາດ 100.000 ບາດ (ໜຶ່ງແສນບາດ), ເງິນກີບ 2.700.000ກີບ (ສອງລ້ານເຈັດແສນກີບ), ລົດ ກະບະຣິໂວ້ ສີຂາວ ປ້າຍທະບຽນ ຣຈ 8588 ກຳແພງນະຄອນ
2. ທ້າວ ແສງ ແຈ້ງສະຫວ່າງ ອາຍຸ 30 ປີ ປະຊາຊົນ ບ້ານ ດອນໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ, ຖືກກັກໂຄໃນຂໍ້ກ່າວຫາ: ຄ້າ- ຂາຍ ຢາເສບຕິດ (ຢາໄອສ), ເຄື່ອງຂອງກາງ ແລະ ຂອງຕິດ ຕົວມີ: ໂທລະສັບ 01 ໜ່ວຍ.
3. ທ້າວ ໄພລີນ ພົງສາລີ ອາຍຸ 21 ປີ ຊາວນາ ບ້ານຫາງສະດໍາ ເມືອງໂຂງ ແຂວງ ຈໍາປາສັກ. ຖືກກັກໂຕໃນຂໍ້ກ່າວຫາ: ຄ້າ-ຂາຍ ຢາເສບຕິດ (ຢາໄອສ), ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ລົດກະບະຣິໂວ້ ສີຂາວ ບໍ່ມີປ້າຍທະບຽນ, ໂທລະສັບ 01 ໜ່ວຍ
4. ທ້າວ ສຳເລັດ ອາຍຸ 24 ປີ, ສັນຊາດກຳປູເຈຍ ຊາວນາ ບ້ານ ສົ້ມໂຮງ ເມືອງແສນປາງ ແຂວງຊຽງແຕງ, ກຳປູເຈຍ, ຖືກກັກໂຕໃນຂໍ້ຂໍ້ກ່າວຫາ: ຄ້າ-ຂາຍ ຢາເສບຕິດ (ຢາໄອສ), ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ໂທລະສັບ 01 ໜ່ວຍ, ລົດຈັກຮອນດາເວັບ 01 ຄັນ ສີປອນ ປ້າຍທະບຽນ ຍນ 4473 ກຳແພງນະຄອນ, ສາຍຄໍສີເຫຼືອງຄ້າຍຄືຄໍາຝັ່ຣງ 01 ເສັ້ນ.
5. ທ້າວ ແອັດ ສີສະໝຸດ ອາຍຸ 54 ປີ ສັນຊາດກຳປູເຈຍ ຊາວນາ ບ້ານ ສົ້ມໂຮງ ເມືອງ ແສນປາງ ແຂວງຊຽງແຕງ, ຖືກກັກໂຕໃນຂໍ້ ກ່າວຫາ : ສົມຮູ້ຮ່ວມຄິດຄ້າ-ຂາຍ ຢາເສບຕິດ (ຢາໄອສ), ເຄື່ອງ ຂອງກາງ ແລະ ຂອງຕິດຕົວມີ: ໂທລະສັບ 01 ໜ່ວຍ.
6. ທ້າວ ແຊນ ສີສະໝຸດ ອາຍຸ 21 ປີ ຊາວນາ ບ້ານ ໂສດ ເມືອງໂຂງ ແຂວງຈໍາ ປາສັກຖືກກັກໂຕໃນຂໍ້ກ່າວຫາ : ຂົນສົ່ງຢາເສບ ຕິດ (ຢາໄອສ) ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ໂທລະສັບ 01 ໜ່ວຍ.
ປະຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ກຳລັງດໍາເນີນການສືບສວນ-ສອບສວນເພື່ອຊອກຫາຜູ້ເຂົ້າຮ່ວມຂະບວນການ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ທີ່ມາ: ຫ້ອງຂ່າວ ປກສ ແຂວງຈໍາປາສັກ



