ວັນທີ 20 ພຶດສະພາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງຈຳປາສັກ ສຶກສາອົບຮົມກຸ່ມມົ້ວສຸມເສບຢາເສບຕິດ ຈຳນວນ 20 ຄົນ, ຍິງ 01 ຄົນ ໂດຍມີ ທ່ານ ພັທ ກົງພະລີ ແກ້ວວໍລະຈັກ ຮອງຫົວໜ້າພະແນກຄຸ້ມຄອງນັກໂທດ-ຜູ້ຖືກຫາຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ຈຳປາສັກ, ພ້ອມຄະນະ ແລະ ກຸ່ມມົ້ວສຸມຢາເສບຕິດ ເຂົ້າຮ່ວມ.
ເອກະສານທີ່ນຳມາສຶກສາອົບຮົມໃນຄັ້ງນີ້, ມີເອກະສານສິດ ແລະ ພັນທະຂອງພົນລະ ເມືອງລາວ, ເອກະສານປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມລາວ, ຜົນຮ້າຍຂອງຢາເສບຕິດ, ປະມວນກົດໝາຍເລກທີ 315 ເລກທີ 319 ແລະ ເລກທີ 321 ແລະ ເອກະສານກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ.
ຈຸດປະສົງ, ເພື່ອແນໃສ່ໃຫ້ກຸ່ມເປົ້າໝາຍດັ່ງກ່າວ ຮັບຮູ້ ແລະ ເຂົ້າໃຈຄວາມໝາຍຄວາມສຳຄັນຂອງລະບຽບການຕ່າງໆ ເປັນຕົ້ນແມ່ນລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ຈຳແນກໄດ້ສິ່ງທີ່ຜິດ ແລະ ຖືກ, ຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ-ລັດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດທີ່ເປັນໄພຮຸກຮານຕໍ່ສັງຄົມ ແລະ ປະເທດຊາດບ້ານເມືອງ, ສິດ ແລະ ພັນທະຂອງພົນລະເມືອງລາວ ໂດຍສະເພາະຊາວໜຸ່ມທີ່ຈະກາຍເປັນໜໍ່ແໜງຂອງປະເທດຊາດ ເປັນຜູ້ສືບທອດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ເຂົ້າໃຈຕໍ່ບັນຫາປະກົດການຫຍໍ້ທໍ້ ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ດັດປ່ຽນແນວຄິດ ແລະ ພຶດຕິກຳຂອງຕົນ ເຮັດໃຫ້ຕົນເອງກາຍ ເປັນລູກທີ່ດີຂອງພໍ່ແມ່ ເປັນພົນລະເມືອງດີຂອງສັງຄົມ ພ້ອມກັນສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງໄປເທື່ອລະກ້າວ
ທີ່ມາ: ຫ້ອງຂ່າວ ປກສ ແຂວງຈໍາປາສັກ




