ພະແນກ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ລາຍງານວ່າ: ໃນວັນທີ 06/6/2025 ເວລາປະມານ 11 ໂມງ 30 ນາທີ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ທີ່ລົງເຮັດວຽກສະເພາະກິດກວດກາພາຫະນະຢູ່ຈຸດບ້ານກ້ອນຕື່ນ, ເມືອງປາກທາ, ແຂວງບໍ່ແກ້ວ ໄດ້ກວດກາລົດຕູ້ ຍີ່ຫໍ້ TOYOTA ລຸ້ນ HIACE ສີປອນເງິນ ເລກທະບຽນ ກບ 0158 ກຳແພງນະຄອນ.
ຜ່ານການກວດກາ ສົງໄສວ່າລົດຄັນດັ່ງກ່າວມີການດັດແປງສະພາບເຕັກນິກ, ທາງເຈົ້າໜ້າທີ່ໄດ້ມ້າງໄຂເບິ່ງຈຸດຈຸດທີ່ສົງໄສແລ້ວພົບເຫັນຢາເສບຕິດປະເພດເຄຕາມີນ ຈໍານວນ 124 ຫໍ່; ນໍ້າໜັກ 124 ກິໂລກຼາມ ຊຸກເຊື່ອງຢູ່ຫຼັງຄາລົດ(ບ່ອນດັດແປງສະພາບ) ຈິ່ງໄດ້ກັກຕົວຜູ້ຂັບຂີ່ 1 ຄົນຊື່ທ້າວ ຈະທໍ່ ອາຍຸ 35 ປີອາຊີບແລ່ນລົດໂດຍສານ, ຢູ່ບ້ານດອນທາດ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ພ້ອມຂອງກາງຢາເສບຕິດ.
ເຄື່ອງຂອງກາງຄະດີ ແລະ ເຄື່ອງຕິດຕົວທີ່ຍຶດໄດ້ມີຄື:
1. ເຄຕາມີນ ຈຳນວນ 124 ຫໍ່, ນໍ້າໜັກ 124 ກິໂລກຼາມ.
2. ລົດຕູ້ ຈໍານວນ 01 ຄັນ (ທະບຽນ ກບ 0158 ກຳແພງນະຄອນ).
3. ໂທລະສັບມືຖື ຈຳນວນ 01 ໜ່ວຍ.
4. ໂມງໃສ່ແຂນ ຈຳນວນ 01 ໜ່ວຍ.
ປະຈຸບັນ ທາງເຈົ້າໜ້າທີ່ວິຊາສະເພາະ ພວມດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ.
ຂ່າວ: ປກສ ແຂວງບໍ່ແກ້ວ





