ວັນທີ 14 ກັນຍາ 2024 ຜ່ານມາ, ທ່ານ ຕວນ ຢົງ ຫົວໜ້າບໍລິສັດສະພາການຄ້າ ຫູໜານ ປະຈຳ ແຂວງຫລວງນໍ້າທາ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງບັນເທົ່າທຸກ ປະເພດຜ້າຫົ່ມ ຈຳນວນ 60 ຜືນ ແລະ ເຂົ້າສານ ຈຳນວນ 60 ເປົາ, ເປົາລະ 20 ກິໂລ, ມູນຄ່າ 48 ລ້ານກີບ ມາມອບໃຫ້ກອງບັນຊາການ ປກສ ແຂວງຫລວງນ້ຳທາ ເພື່ອເປັນການຊຸກຍູ້ຊ່ວຍເຫລືອກຳລັງປ້ອງກັນຄວາມສະຫງົບ ແຂວງ ໃນການເຂົ້າຊ່ວຍປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຫລວງນ້ຳທາ, ກ່າວຮັບໂດຍ ທ່ານ ພົນຈັດຕະວາ ອິນສົມ ທຳລະສິນ ຫົວໜ້າກອງບັນຊາການ ປກສ ແຂວງຫລວງນ້ຳທາ ພ້ອມດ້ວຍຄະນະ.
ຂ່າວ: ປກສ ແຂວງຫລວງນໍ້າທາ.





