ວັນທີ 28 ກຸມພາ 2025, ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີທໍາລາຍອໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ ຫຼື ດັດແປງສະພາບເຕັກນິກ ທີ່ເຈົ້າໜ້າ ທີ່ສາມາດກວດ ກາ ແລະ ຍຶດໄດ້ ໃນລະຫວ່າງ ຕົ້ນເດືອນມັງກອນ ຫາ ເດືອນ ກຸມ ພາ 2025 ຈາກພາກສ່ວນທີ່ດັດແປງສະພາບເຕັກນິກຂອງລົດ.
ສ່ວນໃຫຍ່ແມ່ນລົດຂອງນັກຮຽນ, ໄວໜຸ່ມ ມີຈຳນວນ ທັງ ໝົດ 21 ຄັນ. ໃນນັ້ນ, ມີລົດທີ່ໄດ້ດັດແປງທໍ່ຄວັນເຮັດໃຫ້ສຽງດັງເກີນຂອບເຂດ ສ້າງຄວາມເນືອງນັ່ນໃຫ້ແກ່ສັງຄົມ 19 ທໍ່, ຢາງຕີນລົດຈັກ (ຕີນນ້ອຍ) ທີ່ບໍ່ໄດ້ມາດຕະຖານ 9 ເສັ້ນ ແລະ ປ້າຍທະບຽນລົດທີ່ບໍ່ຖືກຕ້ອງ 4 ແຜ່ນ.
ຈາກນັ້ນ, ໄດ້ນຳເອົາຜູ້ທີ່ລະເມີດລະບຽບການສັນຈອນ ຈຳ ນວນ 20 ຄົນ ມາສຶກ ສາອົບຮົມກ່າວເຕື່ອນ ແລະ ສ້າງບົດບັນ ທຶກ ພ້ອມທັງແນະນໍາໃຫ້ເຂົາເຈົ້ານຳເອົາເຄື່ອງອາໄຫຼ່ ທີ່ຖືກຕ້ອງຕາມສະພາບເຕັກນິກຂອງໂຮງງານມາປ່ຽນ ຈຶ່ງອະນຸຍາດນຳເອົາລົດອອກໄປຊົມໃຊ້ໄດ້.
ທີ່ມາ: ຂ່າວ ປກສ ແຂວງຫຼວງນ້ຳທາ





