ວັນທີ 12 ກັນຍາ 2024, ພົຈວ ອິນສົມ ທຳລະສີນ ຫົວ ໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ລາຍງານ ການ ປະຕິບັດໜ້າທີ່ຂອງ ກຳລັງ ປກສ ໃນການຊ່ວຍເຫຼືອປະຊາຊົນທີ່ຖືກນໍ້າຖ້ວມ ຕໍ່ຄະນະຕິດຕາມກວດກາໄພພິບັດທາງທຳມະຊາດ ກະຊວງ ປກສ ໃນໂອກາດທີ່ນຳເອົາເຄື່ອງຊ່ວຍເຫຼືອຂັ້ນພື້ນຖານໄປມອບໃຫ້.
ພົຈວ ອິນສົມ ທຳລະສິນ ກ່າວວ່າ: ນັບແຕ່ວັນທີ 9-12 ກັນ ຍາ 2024 ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ພວກເຮົາກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ພ້ອມດ້ວຍນາຍ ແລະ ພົນຕຳ ຫຼວດ ຈຳນວນ 150 ສະຫາຍ, ລົດເຊອາ 04 ຄັນ ເຂົ້າຊ່ວຍເຫຼືອປະຊາຊົນ ທີ່ຕິດຄ້າງຢູ່ເຮືອນ ແລະ ສະຖານທີ່ຕ່າງໆ ທີ່ຖືກໄພນ້ຳຖ້ວມ, ພາຍຫຼັງມີຝົນຕົກໜັກເຮັດໃຫ້ແຫລ່ງນໍ້າ ທີ່ເປັນສາຂາຂອງນໍ້າທາ ຄື: ນໍ້າທຸງ, ນ້ຳແງ້ນ, ນ້ຳຮອຍ ແລະ ນໍ້າລື ເພີ່ມລະດັບ ແລະ ຍຶ່ງຂຶ້ນຢ່າງໄວ ໄດ້ຖ້ວມບ້ານເຮືອນ, ຮົ້ວສວນ ເຂດທຳການຜະລິດ ແລະ ພາຫະນະຂອງປະຊາຊົນ ລວມທັງໝົດ 27 ບ້ານພາຍໃນ ເມືອງຫຼວງນ້ຳທາ; ໃນນັ້ນ ໜັກກ່ວາໝູ່ມີ 10 ກ່ວາບ້ານຄື: ບ້ານຫຼວງ, ບ້ານຂອນ, ບ້ານດອນຄູນ, ບ້ານທ່າອໍ້, ບ້ານໃໝ່, ບ້ານປຸ່ງ, ບ້ານປ່າສັກ, ບ້ານດອນສໍາພັນ, ບ້ານທົ່ງອົ້ມ, ບ້ານຫົວຂົວ, ບ້ານວຽງເໜືອ, ບ້ານວຽງໃຕ້, ບ້ານທົ່ງໄຈ້ເໜືອ, ບ້ານທົ່ງໄຈ້ໃຕ້,ບ້ານປ່າປົວະ, ສະໜາມບີນ, ໂຮງຮຽນ, ໂຮງໝໍ, ຕະຫຼາດ ແລະ ສໍານັກງານອົງການ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.
ຊຶ່ງປັດຈຸບັນໄດ້ມີຫລາຍພາກສ່ວນ ໂດຍສະເພາະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສົມທົບກັບພາກສ່ວນຕ່າງໆ ເຂົ້າໄປຊ່ວຍເຫລືອເອົາປະຊາຊົນໄປໄວ້ບ່ອນປອດໄພ.
ຮອ ທະວີສັກ; ນັກຂ່າວ ປກສ ແຂວງຫຼວງນ້ຳທາ







