ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກສ ແຂວງໄຊສົມບູນ ທໍາລາຍອາວຸດລ່າເນື້ອ

Apr 30, 2024

ປກສ ແຂວງໄຊສົມບູນ ທໍາລາຍອາວຸດລ່າເນື້ອ
ວັນທີ 29 ເມສາ 2024, ປກສ ແຂວງໄຊສົມບູນ ໄດ້ທຳລາຍອາວຸດລ່າເນື້ອທັງໝົດ 220 ກະບອກ, ໃນນັ້ນມີອາວຸດເສິກ 24 ກະບອກ ພ້ອມລູກປືນ 55 ລູກ, ອາວຸດພື້ນເມືອງ 196 ກະ ບອກ, ເລົາປືນ 25 ເລົາ, ລະເບີດ 3 ໜ່ວຍ, ໝໍ້ຊ໊ອດປາ 8 ໜ່ວຍ, ໝໍ້ໄຟ 2 ໜ່ວຍ.
ອາວຸດ ແລະ ເຄື່ອງຕ້ອງຫ້າມທີ່ນຳໃຊ້ບໍ່ຖືກຕ້ອງຕາມລະບຽບກົດໝາຍເຫລົ່ານີ້ເຈົ້າໜ້າທີ່ສາມາດເກັບກູ້ມາໄດ້ຈາກ ການປະຕິ ບັດຕາມຄຳສັ່ງຂອງກະຊວງປ້ອງກັນຄວາມສະຫງົບວ່າດ້ວຍການຮີບໂຮມຂຶ້ນບັນຊີຄຸ້ມຄອງອາວຸດເສິກ ແລະ ຕາມຄຳສັ່ງເພີ່ມເຕີມຂອງຄະນະກຳມະການ ປກຊ-ປກສ ແຂວງໄຊສົມບູນ ວ່າດ້ວຍການເລີກຮື້ສະນຳໄຮ່, ຄັງລ້ຽງສັດຂອງປະຊາຊົນຢູ່ເຂດຫ່າງໄກສອກຫລີກ, ເລີກຮື້ອາວຸດເຖື່ອນ, ປືນແກັບ, ປືນປໍ້, ໝໍ້ຊ໊ອດປາ, ທາດແຕກ, ທາດລະເບີດ, ການເຄື່ອນໄຫວອື່ນໆ ທີ່ພົວພັນເຖິງຄວາມບໍ່ສະຫງົບ, ບໍ່ຖືກຕ້ອງຕາມລະບຽບກົດໝາຍ.
ທີ່ມາ: ປກສ ແຂວງໄຊສົມບູນ