ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກວດລຳມະຫາໄຊ, ເປົ່າແຄນ ແລະ ສະແດງສີລະປະວັນນະຄະດີໃນງານບຸນນະມັດສະການພຣະທາດສີໂຄດຕະບອງ ປະຈຳປີ 2025

Feb 12, 2025

ປະກວດລຳມະຫາໄຊ, ເປົ່າແຄນ ແລະ ສະແດງສີລະປະວັນນະຄະດີໃນງານບຸນນະມັດສະການພຣະທາດສີໂຄດຕະບອງ ປະຈຳປີ 2025
ງານປະກວດລຳມະຫາໄຊ, ເປົ່າແຄນ ແລະ ສະແດງສີລະປະວັນ ນະຄະດີ ໃນງານບຸນນະມັດສະການພຣະທາດສີໂຄດຕະບອງ ປະ ຈຳປີ 2025 ຈັດຂຶ້ນທີ່ເດີ່ນພຣະທາດສີໂຄດຕະບອງ ໂດຍການ ເຂົ້າຮ່ວມຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ປະທານຈັດງານບຸນນະມັດສະການ ພຣະທາດສີໂຄດຕະ ບອງ ປະຈໍາປີ 2025.
ການຈັດງານແຂ່ງຂັນແມ່ນໄດ້ແບ່ງເປັນ 4 ກິດຈະກຳຫຼັກ ຄື: ການສະແດງສີລະປະຈາກສູນສົ່ງເສີມວັດທະນະທຳແຂວງ, ໂຮງ ຮຽນ ແລະ ພາກສ່ວນຕ່າງໆ ມີ 24 ລາຍການ, ການປະກວດລຳມະຫາໄຊ ປະກອບມີຜູ້ເຂົ້າຮ່ວມແຂ່ງຂັນ 19 ຄົນ, ຍິງ 10 ຄົນ, ການປະກວດເປົ່າແຄນ ມີ 7 ຄົນ ທີ່ມາຈາກບັນດາເມືອງຕ່າງໆໃນທົ່ວແຂວງ, ລວມມີລາຍການປະກວດ ແລະ ລາຍການສະແດງ ມີທັງໝົດ 52 ລາຍການ.
ງານດັ່ງກ່າວ, ແມ່ນໄດ້ມີການຄັດເລືອກມາແຕ່ຄໍ່າຄືນຂອງວັນ ທີ 10 ກຸມພາ ແລະ ໄດ້ຕັດສິນຜົນການແຂ່ງຂັນໃນຄໍ່າຄືນຂອງວັນທີ 11 ກຸມພາ 2025.
ຜົນຂອງການປະກວດ ໃນລາຍການລໍາມະຫາໄຊ ອັນດັບທີ 1 ແມ່ນນາງ ທັດສະນີ ມາຈາກເມືອງທ່າແຂກ, ອັນດັບທີ 2 ທ້າວ ນັນທະເສນ ຈາກເມືອງໜອງບົກ ແລະ ອັນດັບທີ 3 ນາງ ອຳພອນ ຈາກເມືອງໜອງບົກ.
ການປະກວດເປົ່າແຄນ ໄດ້ອັນດັບທີ 1 ແມ່ນ ທ້າວ ນັນທະເສນ ຈາກເມືອງໜອງບົກ, ອັນດັບທີ 2 ທ້າວ ຄອນສະຫວັນ ຈາກເມືອງທ່າແຂກ ແລະ ອັນດັບທີ 3 ທ້າວ ລຸ້ງດີ ຈາກເມືອງໜອງບົກ.
ສຳລັບຄໍ່າຄືນຂອງວັນທີ 12 ກຸມພາ ແມ່ນມີການສະແດງລຳເລື່ອງຈາກກອງລະຄອນລຳຂອງແຂວງ ຕະຫຼອດຄືນ. ພິເສດ ຍັງມີໜ່ວຍສີລະປະ ມາຈາກເມືອງວິລະບູລີ ແຂວງສະຫວັນນະ ເຂດ ມາຮ່ວມສະແດງໃຫ້ໄດ້ຮັບຊົມ. ທັງນີ້ເພື່ອເປັນການຊຸກຍູ້ -ສົ່ງເສີມສີລະປະວັດທະນະທຳອັນດີງາມຂອງຊາດ ກໍ່ຄືຂອງແຂວງຄຳມ່ວນ ທັງແນໃສ່ເຮັດໃຫ້ງານບຸນນະມັດສະການພຣະທາດສີໂຄດຕະບອງ ມີບັນຍາກາດເບີກບານມ່ວນຊື່ນ ແລະ ເປັນການຮັກສາມູນເຊື້ອວັດທະນະທຳອັນດີງາມ, ປູກຈິດສຳນຶກໃຫ້ແກ່ລູກຫຼານປະຊາຊົນບັນດາເຜົ່າກໍ່ຄືຊາວແຂວງຄຳມ່ວນ ໃຫ້ມີຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນ ປະກອບສ່ວນເຂົ້າໃນການປົກປັກຮັກສາວັດທະນະທຳຂອງທ້ອງຖິ່ນໃຫ້ມີຄວາມຍືນຍົງຕະຫຼອດໄປ.
ທີ່ມາ: Medialaos