ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກວດອາຫານທີ່ເປັນເອກະລັກຂອງທ້ອງຖິ່ນຢູ່ແຂວງຄໍາມ່ວນ

Nov 18, 2024

ງານປະກວດອາຫານທີ່ເປັນເອກະລັກທ້ອງຖິ່ນ ແມ່ນກິດຈະກຳໜຶ່ງຂອງງານເທດສະການອາຫານ, ວາງສະແດງ ແລະ ຈໍາໜ່າຍສິນຄ້າແຂວງຄໍາມ່ວນ ເຊິ່ງຈັດຂຶ້ນໃນຕອນແລງຂອງວັນທີ 16 ພະຈິກ 2024 ທີ່ເດີ່ນໂຮງຮຽນມໍປາຍທ່າແຂກ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງຄໍາມ່ວນ.
ງານປະກວດອາຫານຄັ້ງນີ້ ມີຮ້ານອາຫານທີ່ເຂົ້າຮ່ວມປະກວດທັງໝົດ 15 ຮ້ານ,ໃນນີ້ມາຈາກເມືອງ 9 ເມືອງ ແລະ 6 ຮ້ານໃນເທສະບານເມືອງທ່າແຂກ.
ຈຸດປະສົງເພື່ອສົ່ງເສີມອາຫານເອກະ ລັກຂອງທ້ອງຖິ່ນ ໃຫ້ ເປັນທີ່ຮັບຮູ້ຂອງແຂກທີ່ມາທ່ອງທ່ຽວແຂວງຄໍາມ່ວນ ແລະ ເປັນ ການສົ່ງເສີມການທ່ອງທ່ຽວທີ່ເປັນເອກະລັກ, ທັງເພື່ອເປັນການໂຄສະນາປະເພດອາຫານລາວ ເວົ້າລວມ, ເວົ້າສະເພາະກໍ່ແມ່ນອາຫານທ້ອງຖິ່ນຂອງແຂວງຄໍາມ່ວນ
ຜ່ານການປະກວດຕາມມາດຖານ ຄື : ດ້ານຄວາມສະອາດ ແລະ ສຸຂະອານາໄມ; ການຈັດຕົົບແຕ່ງ; ການປະຍຸກແນວຄິດໃນການປຸງແຕ່ງ ແລະ ລົດຊາດຂອງອາຫານ.
ຜົນປະກົດວ່າ: ອັບທີ 1 ແມ່ນຮ້ານອາຫານເຊີນແຊບ ຈາກເມືອງນາກາຍ ໄດ້ຮັບລາງວັນເງິນສົດ 5 ລ້ານກີບ; ທີ 2 ເມືອງຍົມມະລາດ ໄດ້ຮັບລາງວັນເງິນສົດ 4 ລ້ານກີບ; ອັນດັບທີ 3 ຮ້ານອາຫານພູຜາມ່ານ ໄດ້ຮັບເງິນສົດ 3 ລ້ານກີບ ແລະ 12 ຮ້ານໄດ້ຮັບລາງວັນຊົມເຊີຍພາກສ່ວນລະ 1 ລ້ານກີບ.
ທີ່ມາ: ຂ່າວ ຄຳມ່ວນ
May be an image of 1 person
May be an image of 2 people
No photo description available.