ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກວດເຮືອໄຟ ໃນໂອກາດບຸນອອກພັນສາປະວໍລະນາຢູ່ນະຄອນຫຼວງພະບາງ ປີນີ້ ມີເຮືອໄຟຈາກ 20 ກວ່າພາກສ່ວນເຂົ້າຮ່ວມ

Oct 18, 2024

ງານປະກວດເຮືອໄຟງາມ ໃນບຸນອອກພັນສາປະວໍລະນາ ຢູ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ຈັດຂື້ນໃນຕອນຄໍ່າຂອງວັນທີ 18 ຕຸລານີ້. ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ພິທີເລີ່ມຕົ້ນຈາກການທຳພິທີທາງສາສະໜາ, ເທດສະຫຼອງເຮືອໄຟ ຢູ່ວັດປ່າຮວກ ເຂດໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ, ຈາກນັ້ນ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ປະທານຈັດງານປະກວດເຮືອໄຟງາມ ມີຄຳເຫັນເປີດງານວ່າ: ບຸນອອກພັນສາທຸກປີ ຢູ່ນະຄອນຫຼວງພະບາງ ໄດ້ຈັດຂຶ້ນ ໃນມື້ແຮມ 1 ຄ່ຳຂອງເດືອນ 11 ຂອງທຸກປີ, ເປັນປະເພນີທີ່ຊາວຫຼວງພະບາງ ພ້ອມກັນສືບທອດມາໄດ້ຫຼາຍເຊັ່ນຄົນ ເປັນຄຸນຄ່າທາງດ້ານວັດທະນະທຳ ຮີດຄອງປະເພນີຂອງຊາວນະຄອນຫຼວງພະບາງ ເພື່ອບູຊາຄຸນພະທຳ-ພະສົງ ແມ່ນ້ຳຄົງຄາ ທີ່ໄດ້ຊຸບລ້ຽງຊີວິດ ຂອງມວນມະນຸດຕະຫຼອດມາ, ເຊີ່ງທຸກປີ ອົງການປົກຄອງນະຄອນ ໄດ້ປຸກລະດົມໃຫ້ທຸກພາກສ່ວນ ຈັດຕັ້ງການປະດັບປະດາໂຄມໄຟນ້ອຍໃຫຍ່ ຢູ່ຕາມວັດວາອາຣາມ ແລະເຮືອນຊານບ້ານຊ່ອງ ລວມທັງສຳນັກງານອົງການທຸກແຫ່ງ, ສຳລັບການປະກວດເຮືອໄຟທີ່ນະຄອນຫຼວງພະບາງ ແມ່ນຈັດເປັນກິດຈະກຳສຳຄັນ ເພື່ອຊຸກຍູ້ກິດຈະກຳ ການສະເຫລີມສະຫລອງປີທ່ອງທ່ຽວລາວ 2024 ຢູ່ແຂວງຫລວງພະບາງ ເຊີ່ງປີນີ້ ມີເຮືອໄຟເຂົ້າຮ່ວມປະກວດ ແລະສ້າງສີສັນ ເປັນເອກະລັກສະເພາະຫຼາຍກວ່າ 20 ພາກສ່ວນ.
ພາຍຫຼັງເປີດພິທີຢ່າງເປັນທາງການ ເຮືອໄຟແຕ່ລະຂະບວນຂະບວນ ໄດ້ເຄື່ອນໄປຕາມເສັ້ນທາງສີສະຫວ່າງວົງ ຫາ ປາກແມ່ນ້ຳຄານ ແລ້ວນຳເອົາເຮືອໄຟໄຫຼລົງແມ່ນ້ຳຂອງ ໂດຍຄະນະກຳມະການ ໄດ້ກຳນົດ 6 ມາດຖານຂອງການປະກວດຄື: ມາທັນເວລາ ແລະຕັ້ງຂະບວນເປັນລະບຽບ, ໂຄງສ້າງ ແລະສີລະປະການຕົບແຕ່ງ ເຮັດດ້ວຍວັດສະດຸທຳມະຊາດ ແລະມີຄວາມສວຍງາມ, ຮູບຮ່າງ ແລະແນວຄິດສ້າງສັນ, ຂະບວນແຫ່ມີຄວາມເປັນລະບຽບ ແລະນຸ່ງຖືສຸພາບ, ແສງໄຟໃຫ້ຄວາມສະຫວ່າງໃນເວລາແຫ່ຮູ່ງແຈ້ງດີ, ແສງໄຟໃຫ້ຄວາມສະຫວ່າງ ໃນເວລາລົງນ້ຳບໍ່ມອດ ແລະເຮືອໄຟບໍ່ຈົມ.
ສຳລັບຜົນການປະກວດຈະລາຍງານໃຫ້ຮັບຮູ້ພາຍຫຼັງການປະກວດສຳເລັດ.
ຂ່າວ-ພາບ: ອາພຸດເດດ ບຸບຜາ
May be an image of 8 people and text
May be an image of 4 people, fire and temple
May be an image of 4 people, fire, crowd, temple and text
May be an image of 3 people and crowd
May be an image of one or more people, crowd and text
May be an image of one or more people, crowd, temple and text
May be an image of 3 people, lighting and crowd