ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຮ່າງມະຕິວ່າດ້ວຍການປະຕິບັດນະໂຍບາຍໃຫ້ແກ່ພະນັກງານ-ລັດຖະກອນພາຍໃນສະພາແຫ່ງຊາດ (ສພຊ) ຈັດຂຶ້ນໃນວັນທີ 18-19 ມັງກອນ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ.
ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ມີຄໍາເຫັນວ່າ: ການປະ ຕິບັດນະໂຍບາຍໃຫ້ແກ່ພະນັກງານ-ລັດຖະກອນ ເປັນວຽກງານທີ່ມີຄວາມສໍາຄັນ, ລະອຽດອ່ອນ ຕິດພັນເຖິງສິດຜົນປະໂຫຍດຂອງພະນັກງານ-ລັດຖະກອນ ແລະ ຍາດພີ່ນ້ອງ ໂດຍສະເພາະແມ່ນນະໂຍບາຍດ້ານຕ່າງໆ ບໍ່ວ່າຈະເປັນນະໂຍບາຍດ້ານການຍົກລະດັບຄວາມຮູ້, ດ້ານສຸຂະພາບ; ພ້ອມກັນນີ້, ຍັງເປັນນະໂຍບາຍລວມຂອງພັກ-ລັດ ກໍານົດອອກໃນແຕ່ລະໄລຍະ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການປະຕິບັດນະໂຍບາຍໃຫ້ແກ່ພະນັກງານ-ລັດຖະ ກອນພາຍໃນສະພາແຫ່ງຊາດ ມີຄວາມຊັດເຈນ, ຄົບຖ້ວນ ແລະ ຮັດກຸມ ເພື່ອນໍາເອົາຜົນຂອງການປະກອບຄໍາເຫັນ ໄປປັບປຸງ ແລະ ຂໍການລົງລາຍເຊັນຈາກຄະນະປະຈຳສະພາແຫ່ງຊາດ.
ບັນດາຜູ້ເຂົ້າຮ່ວມໄດ້ເປັນເຈົ້າການລົງເລິກຄົ້ນຄວ້າ, ປະກອບຄຳຄິດຄຳເຫັນເປັນແຕ່ລະມາດຕາຢ່າງກົງໄປກົງມາ ຕາມຄຳຖາມ ເຈາະຈີ້ມຂອງປະທານກອງປະຊຸມ ເພື່ອເຮັດໃຫ້ເອກະສານດັ່ງກ່າວມີຄວາມຄົບຖ້ວນ, ສົມບູນທາງດ້ານເນື້ອໃນ, ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດນະໂຍບາຍໃຫ້ແກ່ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ ໃນສະເພາະໜ້າ ແລະ ຍາວນານ.
ຂ່າວ: ສອນສັກ ວັນວິໄຊ





