ໃນຕອນບ່າຍຂອງວັນທີ 09 ຕຸລາ 2024 ນີ້, ໄດ້ມີພິທີປະກາດການຈັດຕັ້ງຂອງພະນັກງານສານປະຊາຊົນແຂວງວຽງຈັນ, ຂຶ້ນຢູ່ທີ່ຫ້ອງປະຊຸມຂອງພາກສ່ວນດັ່ງກ່າວ ໂດຍການເປັນປະທານຂອງທ່ານ ອານົງ ຍ່ອຍສາຍຄຳ, ຮອງປະທານສານປະຊາຊົນສູງສຸດ.
ທ່ານ ນາງ ວິໄລວັນ ຈັນທະມາລີ ຫົວໜ້າພະແນກກົງຈັກ-ການຈັດຕັ້ງ ຂອງກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ໄດ້ຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 210/ຄປຈ, ລົງວັນທີ 07 ຕຸລາ 2024 ວ່າດ້ວຍ ການຍົກຍ້າຍພະນັກງານສານປະຊາຊົນ ທ້ອງຖິ່ນ, ຄະນະປະຈຳສະພາແຫ່ງຊາດ ຕົກລົງ: ຍົກຍ້າຍ ທ່ານ ຈິດຕະວົງ ສີສົງຄາມ ຜູ້ພິພາກສາ ຊັ້ນສາມ ຮອງປະທານສານປະຊາຊົນ ແຂວງວຽງຈັນ ໄປຢູ່ຄະນະກວດກາພັກ ແຂວງວຽງຈັນ.
ໃນໂອກາດນີ້ ທ່ານ ອານົງ ຍ່ອຍສາຍຄຳ, ຮອງປະທານສານປະຊາຊົນສູງສຸດ ຍັງໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຜົນງານທີ່ທ່ານ ຈິດຕະວົງ ສີສົງຄາມ ໄດ້ປະກອບສ່ວນເຮັດສຳເລັດໜ້າທີ່ວຽກງານສານໃນໄລຍະຜ່ານມາ, ພ້ອມນີ້ທ່ານຍັງໄດ້ເນັ້ນໃຫ້ຜູ້ຍົກຍ້າຍ ແລະ ຜູ້ສືບຕໍ່ປະຈຳການ ໃຫ້ຮັກສາມູນເຊື້ອອັນດີງາມຂອງຕົນ, ເອົາໃຈໃສ່ເສີມຂະຫຍາຍວຽກງານການເມືອງ-ແນວຄິດ, ຄົ້ນຄວ້າຮ່ຳຮຽນເພື່ອພັດທະນາຕົນເອງ ແລະ ວຽກງານ ໃຫ້ມີບາດກ້າວໃໝ່, ປັບປຸງແບບແຜນວິທີເຮັດວຽກໃຫ້ເປັນອັນລະອຽດ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ, ເຮັດວຽກເປັນໝູ່ຄະນະ, ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະທີ່ຕົນໄດ້ຮັບມອບໝາຍໃຫ້ມີຜົນ ສຳເລັດທັງປະລິມານ ແລະ ຄຸນນະພາບ
ຂ່າວ: ແກ້ວອຸດົມ .



