ວັນທີ 31 ມັງກອນ 2025 ທີ່ຫໍວັດທະນະທຳແຫ່ງຊາດ, ໄດ້ຈັດພິທີປະກາດການອອກພັກການ-ຮັບອຸດໜູນບໍານານ, ການສັບປ່ຽນຍົກຍ້າຍໜ້າທີ່ ແລະ ການແຕ່ງຕັ້ງຂຶ້ນຮັບໜ້າທີ່ໃໝ່ ຂອງພະນັກງານຫລັກແຫລ່ງ ພາຍໃນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເມື່ອເຖິງອາຍຸກະສຽນອອກພັກຜ່ອນ-ຮັບອຸດໜູນບໍານານ ຄະນະບໍລິຫານງານພັກ, ຄະນະພັກ-ຄະນະນໍາຂອງກະຊວງ ຖວທ ໄດ້ຄົ້ນຄວ້າພິຈາລະນາຕົກລົງອະນຸມັດໃຫ້ພະນັກ ງານຂັ້ນກົມພັກຜ່ອນ-ຮັບອຸດໜູນບຳນານ ຈໍານວນ 4 ທ່ານ ດັ່ງນີ້:
– ທ່ານ ນາງ ບົວໄຂ ເພັງພະຈັນ, ຫົວໜ້າກົມສິລະປະວັດທະນະ ທຳ.
– ທ່ານ ສຸວັນ ວິໄລແສງ, ຜູ້ອຳນວຍການໃຫຍ່ ວິທະຍຸຈະກາຍສຽງແຫ່ງຊາດລາວ.
– ທ່ານ ທອງຫລໍ່ ດວງສະຫວັນ, ຫົວໜ້າບັນນາທິການໃຫຍ່ ໜັງສືພິມສາພາຕ່າງປະເທດ.
– ທ່ານ ນາງ ວຽງທອງ ພິມມະຈັນ, ຮອງຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດ ພັກຜ່ອນຮັບອຸດໜູນບຳນານ.
ນອກຈາກນີ້, ຍັງໄດ້ປະກາດສັບຊ້ອນ ແລະ ແຕ່ງຕັ້ງ ດັ່ງນີ້:
– ທ່ານ ບົວໄລ ພານຸວົງ, ຫົວໜ້າຫ້ອງການ ກະຊວງ ໄປເປັນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ.
– ທ່ານ ອຳຄາ ວົງໝື່ນກ້າ, ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງ ຊາດລາວ ໄປເປັນຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ.
– ທ່ານ ຄຳຫລ້າ ຍອຍສາຍຄຳ, ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ໄປເປັນຫົວໜ້າກົມຮູບເງົາ.
– ທ່ານ ນາງ ສິມມະນີ ແກ້ວແກ່ນ, ຮອງຫົວໜ້າກົມຮູບເງົາ ໄປເປັນ ຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດລາວ.
– ທ່ານ ນາງ ພອນສະຫວັນ ທິແກ້ວ, ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມພາສາຕ່າງປະເທດ ຂຶ້ນເປັນ ຫົວໜ້າບັນນາທິ ການໃຫຍ່ໜັງສືພິມພາສາຕ່າງປະເທດ.
ພ້ອມນີ້, ຍັງໄດ້ປະກາດການແຕ່ງຕັ້ງຮອງຫົວໜ້າກົມ ອີກຈໍານວນໜຶ່ງ.
ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ພັກ, ລັດ ຖືພະນັກງານເປັນຂໍກະແຈສໍາ ຄັນ ແລະ ເປັນບັນ ຫາຍຸດທະສາດ ເປັນປັດໄຈຕັດສິນຕໍ່ຜົນສໍາເລັດ ຫລື ການປາລະໄຊ ຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລັດ. ຕໍ່ກັບບັນດາທ່ານທີ່ໄດ້ຮັບນະໂຍບາຍ ພັກຜ່ອນ-ຮັບອຸດໜູນບຳນານ ທັງ 4 ທ່ານ ໄດ້ເຮັດສຳເລັດໜ້າທີ່ອັນມີກຽດ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ໄດ້ທຸ້ມເທເຫື່ອແຮງ, ສຸມສະ ຕິປັນຍາ, ຄວາມຮູ້ຄວາມສາມາດ ຜ່ານຜ່າຄວາມຫຍຸ້ງຍາກປະຕິ ບັດໜ້າທີ່ວຽກງານ ທີ່ການຈັດຕັ້ງຂອງຕົນມອບໝາຍ ໃຫ້ຈົນສາ ມາດຍາດໄດ້ຜົນງານອັນໃຫຍ່ຫລວງອັນໄດ້ເປັນການປະກອບສ່ວນໃຫ້ຜົນສຳເລັດລວມຂອງກະຊວງ ຖວທ ຕະຫລອດມາ.
ພ້ອມນີ້, ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ໄດ້ຮັບຕຳແໜ່ງໃໝ່ ພ້ອມທັງສະເໜີໃຫ້ບັນດາສະຫາຍຈົ່ງຮີບຮ້ອນ ນໍາພາການ ເຄື່ອນໄຫວວຽກງານພາຍໃນຂົງເຂດ ທີ່ຕົນຮັບຜິດຊອບໃຫ້ດໍາເນີນໄປເປັນປົກກະຕິ; ສືບຕໍ່ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ, ລະບຽບການຂອງລັດ ເພື່ອນໍາພາ-ຊີ້ນໍາ ໂດຍສະເພາະແມ່ນນໍາພາໃນການ ສຶກສາອົບຮົມການເມືອງແນວ ຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມສາ ມັກຄີພາຍໃນເປັນປຶກແຜ່ນ; ຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ມີຜົນສຳເລັດນັບມື້ດີຂຶ້ນກວ່າເກົ່າ.





