ພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ ເມືອງສອງຄອນ ຈັດຂຶ້ນໃນວັນທີ 14 ຕຸລາ 2024 ຜ່ານມາ ໂດຍການເຂົ້!ຮ່ວມເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ.
ໃນພິທີ, ທ່ານ ລຳຄູນ ວໍລະວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງສອງຄອນ ໄດ້ຜ່ານຜົນງານການນຳພາ-ຊີ້ນຳຂອງຄະນະພັກເມືອງສອງຄອນ ໃນໄລຍະຜ່ານມາ. ຈາກນັ້ນ, ຄະນະຈັດຕັ້ງແຂວງ ກໍໄດ້ຜ່ານຂໍ້ຕົກລົງຂອງທ່ນເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 332/ຈຂ, ລົງວັນທີ 26 ກັນຍາ 2024 ໂດຍໄດ້ຕົກລົງຍົກຍ້າຍ ທ່ານ ລຳຄູນ ວໍລະວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງສອງຄອນໄ ປປະຈຳການຢູ່ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ; ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 337/ຈຂ, ລົງວັນທີ 27ກັນຍາ 2024 ວ່າດ້ວຍການແຕ່ງຕັ້ງ ທ່ານ ລິນທອງ ບຸນທະມາລີ ເປັນວ່າການເຈົ້າເມືອງສອງຄອນ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 2754/ຄປພຂ, ລົງວັນທີ 28 ກັນຍາ 2024 ໂດຍຕົກລົງເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ລິນທອງ ບຸນທະມາລີ ເປັນວ່າການເລຂາພັກ ເມືອງສອງຄອນ.
ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມບັນຫາຮອບດ້ານໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ພາຍໃນເມືອງສອງຄອນ ໂດຍໄດ້ເນັ້ນໜັກໃຫ້ສະຫາຍວ່າການເລຂາພັກເມືອງ, ວ່າການເຈົ້າເມືອງສອງຄອນ ຈົ່ງຍົກສູງບົດບາດການນຳພາ ໃຫ້ມີຄວາມໜັກແໜ້ນຂຶ້ນຕື່ມ, ສຳຄັນທີ່ສຸດ ແມ່ນການສ້າງຮາກຖານບ້ານໃຫ້ຄວາມເຂັ້ມແຂງ, ກຳແໜ້ນສະພາບຮອບດ້ານທຸກຂົງເຂດໃນຂັ້ນບ້ານ ໂດຍສະເພາະແມ່ນຄວາມສະຫງົບຂັ້ນພື້ນຖານ ຕິດພັນກັບການສ້າງເສດຖະກິດ ເຮັດໃຫ້ຄອບຄົວປະຊາຊົນຮັ່ງມີຂຶ້ນເທື່ອກ້າວ; ສ້າງໃຫ້ເມືອງສອງຄອນ ເປັນເມືອງຮັ່ງມີ ແລະ ກາຍເປັນແຫລ່ງຜະລິດກະສິກຳ ໃນລະດັບແຖວໜ້າຂອງແຂວງສະຫວັນນະເຂດ.
ໂອກາດດຽວກັນ, ທ່ານ ບຸນໂຈມ ອຸບົນປະເສີດ ແລະ ຄະນະນໍາຂອງແຂວງ ກໍໄດ້ພົບປະໂອ້ລົມອໍານາດການປົກຄອງ ແລະ ປະຊາຊົນບ້ານດອນຫວາຍ, ລົງຕິດຕາມໂຄງການຜະລິດແນວພັນເຂົ້າຢູ່ບ້ານທ່າຂາມຊຽນ ແລະ ລົງຕິດຕາມໂຄງການປູກຜັກປອດສານພິດ ຢູ່ບ້ານໜຶ່ງຂອນແກ່ນ ຕື່ມອີກ.







