ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດການຈັດຕັ້ງພາຍໃນພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ

Jan 25, 2025

ປະກາດການຈັດຕັ້ງພາຍໃນພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ
ວັນທີ 24 ມັງກອນ 2025 ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດພິທີ ປະກາດແຕ່ງຕັ້ງ ຫົວໜ້າສູນ, ຮອງຫົວໜ້າສູນ, ຮອງຫົວໜ້າຂະແໜງ ແລະ ຮອງຫົວໜ້າກອງທີ່ຂື້ນກັບພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ.
ໂດຍເປັນປະທານຂອງທ່ານ ດຣ ສຸລະພົນ ກໍມະນີ ຮອງເລ ຂາຄະນະພັກຮາກຖານ,ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ,ມີຕາງໜ້າຄະນະຈັດຕັ້ງແຂວງ,ພະແນກພາຍໃນແຂວງ,ບັນດາຫົວໜ້າຂະແໜງ,ຮອງຂະແໜງ,ຫົວໜ້າກອງ,ຮອງກອງ,ສະມາຊິກພັກ,ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງຈຳປາສັກ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າສູນ, ຮອງຫົວໜ້າສູນ, ຮອງຫົວໜ້າຂະແໜງ ແລະ ຮອງຫົວໜ້າກອງທີ່ຂື້ນກັບພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ.
ຊຶ່ງເຈົ້າແຂວງຈຳປາສັກ ຕົກລົງມາດຕາ 1 ແຕ່ງຕັ້ງ ຫົວໜ້າສູນ, ຮອງຫົວໜ້າສູນ, ຮອງຫົວໜ້າຂະແໜງ ແລະ ຮອງຫົວໜ້າກອງ ທີ່ຂຶ້ນກັບພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ລະອຽດດັ່ງນີ້
1. ທ່ານ ນາງ ທອງດາໄລ ແສນມະນີໄຊ ເປັນ ຫົວໜ້າສູນວິໃຈ ແລະ ບໍລິການສັດຕະວະແພດ ຫຼັກ 7.
2. ທ່ານ ນາງ ໄພມະນີ ວົງພູທອນ ເປັນ ຮອງຫົວໜ້າສູນວິໃຈ ແລະ ບໍລິການສັດຕະວະແພດ ຫຼັກ7
3. ທ່ານ ທອງດຳ ຂຸນສີສູນທອນ ເປັນ ຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ.
4. ທ່ານ ໄວຍະກອນ ຫຼວງລາດ ເປັນ ຮອງຫົວໜ້າກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນແຂວງ.
ຂ່າວ,ພາບ: ເກດສະໜາ ແກ້ວສຸວັນນະແສງ