ປະກາດການຈັດຕັ້ງຫລາຍຕໍາແໜ່ງຢູ່ແຂວງສະຫວັນນະເຂດ

ພິທີປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງຂອງແຂວງສະຫວັນນະເຂດໃນຕອນເຊົ້າວັນທີ 04 ມັງກອນ 2025 ຢູ່ຫ້ອງປະຊຸມ 403 ຫ້ອງວ່າການແຂວງ,
ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ.
ໃນພິທີໄດ້ປະກາດການຈັດຕັ້ງພະນັກງານນຳພາຄຸ້ມຄອງ ແລະບົ່ງຕົວແຕ່ງຕັ້ງຄະນະພັກ ມີ 3 ພາກສ່ວນ ຄື:
1. ຄະນະຈັດຕັ້ງແຂວງ
– ປະກາດແຕ່ງຕັ້ງ ທ່ານ ອ່ອນລໍາພັນ ບົວສີແກ້ວ
ເປັນຮອງຫົວຫນ້າຄະນະຈັດຕັ້ງແຂວງ
– ປະກາດແຕ່ງຕັ້ງ ທ່ານ ແກ້ວວິໄລ ໄຊຍະວົງສາ
ເປັນຮອງຫົວຫນ້າຄະນະຈັດຕັ້ງແຂວງ
– ປະກາດ ບົ່ງຕົວແຕ່ງຕັ້ງ ສະຫາຍ ນາງ ປະພັດສອນ ພັດທະນາ
ເປັນ ກຳມະການ ຄະນະໜ່ວຍພັກ ຄະນະຈັດຕັ້ງແຂວງ.
2. ພະແນກພາຍໃນແຂວງ
– ປະກາດແຕ່ງຕັ້ງ ທ່ານ ສຸກສາຄອນ ໂພທິລາດ
ເປັນຫົວໜ້າ ພະແນກພາຍໃນແຂວງ
3. ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ
– ປະກາດແຕ່ງຕັ້ງ ທ່ານ ຄຳພູວົງ ຊະນະມົນຕີ
ເປັນຮອງຫົວຫນ້າພະແນກແຮງງານ ແລະ
ສະຫວັດດີການສັງຄົມແຂວງ
– ປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານພະແນກແຮງງານ
ແລະ ສະຫວັດດີການ-ສັງຄົມແຂວງ
ສະຫາຍ ຈັນທະລາ ແກ້ວມະນີໄຊ ເປັນຄະນະພັກຮາກຖານ.





