ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດການຈັດຕັ້ງ ກອງບັນຊາການທະຫານ ເມືອງວຽງທອງ

May 21, 2025

ໃນວັນທີ 20 ພຶດສະພາ 2025 ກອງບັນຊາການທະຫານ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດການຈັດຕັ້ງຂອງກອງບັນຊາການທະຫານເມືອງວຽງທອງ ຂຶ້ນຢູ່ສະໂມສອນຂອງກອງບັນຊາການດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ, ສະຫາຍ ພັອ ຄຳແພນ ວີລື່ທຳ ກຳມະການພັກແຂວງ ຫົວໜ້າກອງບັນຊາການ ທະຫານແຂວງ ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງ ທົ່ວກອງບັນຊາການແລະແຂກຖືກເຊີນ ເຂົ້າຮ່ວມ.
ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ເລກທີ 2048/ກປທ ວ່າດ້ວຍການນຳສົ່ງນາຍທະຫານ ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊໄປໃຫ້ແຂວງບໍລິຄຳໄຊ ເຊິ່ງໄດ້ນຳສົ່ງ ພັທ ສົມພົງ ພົມມະວາດ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງວຽງທອງ ແຂວງບໍລິຄຳໄຊ ໄປຮັບໜ້າທີ່ໃໝ່ຢູ່ແຂວງ ເພື່ອປະກອບໃຫ້ເມືອງວຽງທອງ ແຂວງບໍລິຄຳໄຊ, ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ເລກທີ 2043/ກປທ, ວ່າດ້ວຍການແຕ່ງຕັ້ງຄະນະບັນຊາກອງບັນຊາການທະຫານເມືອງວຽງທອງ ເຊິ່ງໄດ້ແຕ່ງຕັ້ງ ສະຫາຍພັທ ສົມດີ ນູລໍວ່າງ ເປັນຫົວໜ້າການເມືອງ ແລະ ສະຫາຍ ພັຕ ຈັນສະໝອນ ບຸດມີໄຊ ເປັນຮອງຫົວໜ້າການທະຫານກອງບັນຊາການທະຫານເມືອງທັງເປັນຫົວໜ້າພະແນກເສນາທິການທະຫານເມືອງວຽງທອງ, ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກເມືອງເລກທີ 72/ຄປພມ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາແລະ ຄະນະພັກຮາກຖານ ກອງບັນຊາການທະຫານເມືອງ ເຊິ່ງເຫັນດີບົ່ງຕົວແຕ່ງຕັ້ງສະຫາຍ ພັທ ສົມດີ ນູລໍວ່າງ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັຕ ຈັນສະໝອນ ບຸດມີໄຊ ເປັນຄະນະພັກຮາກຖານ ແລະ ຜ່ານມະຕິຕົກລົງ ເລກທີ 73/ຄປພມ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ ແລະ ຮອງເລຂາໜ່ວຍພັກພະແນກເສນາທິການ ເຊິ່ງເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ພັຕ ຈັນສະໝອນ ບຸດມີໄຊ ເປັນເລຂາໜ່ວຍພັກພະແນກເສນາທິການ ແລະ ສະຫາຍ ພັທ ແສງມະນີ ມຸງຄູນສີຫາລາດ ເປັນຮອງເລຂາໜ່ວຍພັກພະແນກເສນາທິການ. ໃນພິທີຍັງໄດ້ຜ່ານບົດສະຫຼຸບ, ເຊັນມອບ-ຮັບຫົວໜ້າການເມືອງ ຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ. ຕອນທ້າຍພິທີສະຫາຍ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ ແລະ ສະຫາຍ ພັອ ຄຳແພນ ວີລື່ທຳ ປະທານກອງປະຊຸມໄດ້ໃຫ້ກຽດໂອ້ລົມໃນພິທີ​ ກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ, ຍົກໃຫ້ເຫັນຄວາມສຳຄັນອັນຈຳເປັນພາວະວິໄສ, ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງກົມກອງ. ສະນັ້ນ, ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ຕ້ອງສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສູງ, ເປັນແບບຢ່າງທີ່ດີໃນການເຄື່ອນໄຫວເຮັດໜ້າທີ່ວຽກງານ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບ ດ້ານ, ປັບປຸງວິທີການເຮັດວຽກໃຫ້ສອດຄ່ອງ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມີຄວາມເປັນເອກະພາບກັນໃນທຸກຂົງເຂດວຽກງານ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນແລະປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງເທື່ອລະກ້າວ.
ພາບ-ຂ່າວ ທອງວັນດີ