ພິທີປະກາດການຈັດຕັ້ງ ພະນັກງານ-ຂັ້ນຄຸ້ມຄອງ ເຕັກໂນໂລຊີ ແລະ ການສື່ສານ ຈັດຂຶ້ນວັນທີ 30 ມິຖຸນາ 2025 ທີ່ສະຖາບັນເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພາຍໃຕ້ການເປັນປະທານຂອງທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຮອງລັດຖະມົນຕີ ຫ້ອງການ ກົມສະຖາບັນ ແລະ ຂະແໜງານການອ້ອມຂ້າງກະຊວງ ຕະຫຼອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ໃນພິທີ ທ່ານ ມະໂນທອງ ວົງລໍຄໍາ ຮັກສາການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ເລກທີ 430/ນຍ ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ໄຊສົງຄາມ ພານຸວົງ ເປັນຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ ດໍາລັດ ເລກທີ 429/ນຍ ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງທ່ານ ພູທອງ ສີສະຫວັດ ເປັນຫົວໜ້າສູນຂໍ້ມູນແຫ່ງຊາດ ດໍາລັດ 429/ນຍ ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ພານຸລັກ ສີລາເພັດ ເປັນຫົວໜ້າກົມກວດກາ ດໍາລັດ ເລກທີ 428/ນຍ ລົງວັນທີ 24 ມິຖຸນາ 2024 ວ່າດ້ວຍການແຕ່ງຕັ້ງ ທ່ານ ຈັນທະວີພອນ ເຄືອຄໍາວອນ ເປັນຫົວໜ້າກົມໄປສະນີ ດໍາລັດ ເລກທີ 431/ນຍ ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ປະລິນຍາ ພົມວິເສດ ເປັນຫົວໜ້າກອງເລຂາກອງທຶນພັດທະນາໂທລະຄົມມະນາຄົມ ແລະ ຫັນເປັນດີຈິຕອນ ດໍາລັດ ເລກທີ 425/ ນຍ ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ມະໂນທອງ ວົງລໍຄໍາ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ດໍາລັດ ເລກທີ 427/ນຍ ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ ເປັນຫົວໜ້າກົມເຕັກໂນໂລຊີດີຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ໂອກາດດັງກ່າວ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ໃນການປັບປຸງກົງຈັກການຈັດຕັ້ງ ຫສນຍ ໃນຄັ້ງນີ້ ພ້ອມທັງຍົກໃຫ້ເຫັນ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກໍຄືຈຸດປະສົງ ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂັ້ນຕ່າງໆ ໃນແຕ່ລະໄລຍະ ທົ່ວປະເທດ ສປປ ລາວ ພ້ອມນີ້ ທ່ານຍັງໄດ້ມີຄໍາເຫັນໂອ້ລົມເພື່ອໃຫ້ທິດຊີ້ນໍານໍາພາຕໍ່ຜູ້ທີ່ໄດ້ຮັບການແແຕ່ງຕັ້ງໃໝ່ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຂົງເຂດວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ປະສິທິດຜົນຍິ່ງຂຶ້ນ.






