ປະກາດການບົ່ງຕົວແຕ່ງຕັ້ງເລຂາ-ຮອງເລຂາຄະນະພັກກອງບັນ ຊາການທະຫານແຂວງສະຫວັນນະເຂດ

ໃນວັນທີ 11 ກຸມພາ 2025 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ປະກາດການບົ່ງຕົວແຕ່ງຕັ້ງເລຂາ-ຮອງເລຂາຄະນະພັກ ກອງບັນຊາການທະຫານແຂວງ ໂດຍການເປັນປະທານ ຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງ ແຂວງສະຫວັນນະເຂດ.
ທ່ານ ອ່ອນລຳພັນ ບົວສີແກ້ວ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຂໍ້ຕົກລົງ ຂອງຄະນະປະຈຳພັກແຂວງສະ ຫວັນນະເຂດ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ-ຮອງເລຂາຄະນະ ພັກ ກອງບັນຊາການທະຫານແຂວງ ໃນນັ້ນ, ຕົກລົງບົ່ງຕົວແຕ່ງ ຕັ້ງ ສະຫາຍ ພັນເອກ ພັນວິໄລ ລາດສະຍົນ ເປັນເລຂາຄະນະພັກກອງບັນຊາການ, ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ເປັນຮອງເລຂາຄະນະພັກກອງບັນຊາການທະຫານແຂວງສະ ຫວັນນະເຂດ.
ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໂອ້ລົມຫຼາຍບັນຫາ ໂດຍສະເພາະແມ່ນ ພ້ອມກັນສຸມໃສ່ກະກຽມເປີດກອງປະຊຸມໃຫຍ່ຂອງອົງຄະນະພັກ ກອງບັນຊາການທະຫານແຂວງ ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ທັນກັບເວລາທີ່ກຳນົດໄວ້. ພ້ອມກັນນັ້ນ, ຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ ຮັບໜ້າທີ່ໃໝ່ ແລະ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງພ້ອມ ກັນສືບຕໍ່ເພີ່ມທະວີຄວາມຮັບພິຊອບໜ້າທີ່ການເມືອງຂອງຕົນໃຫ້ສູງ ໂດຍຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ, ເຮັດວຽກລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແບ່ງໃຫ້ບຸກຄົນຮັບ ຜິດຊອບຢ່າງຈະແຈ້ງ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ມີຄວາມ ໜັກແໜ້ນ ເຂັ້ມແຂງໃນທຸກດ້ານ, ຖືເອົາຄຸນນະພາບ ແລະ ຄຸນສົມ ບັດເປັນກົກ, ເອົາຄວາມຮູ້ ຄວາມສາມາດດ້ານວິຊາສະເພາະ ແລະ ຈັດຕັ້ງບັນຊາເປັນສິ່ງສຳຄັນ ຕິດພັນກັບການສ້າງພັກ-ພະ ນັກງານເປັນໜ້າທີ່ໃຈກາງ ໃນນັ້ນ, ສຸມໃສ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ສືບ ທອດປ່ຽນແທນຢ່າງເປັນລະບົບຕໍ່ເນື່ອງ ແລະ ຫັນເປັນໜຸ່ມເທື່ອ ລະກ້າວ, ສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງຂອງພັກ, ສ້າງທ່າສະໜາມ 3 ຂັ້ນ ໃຫ້ຂະຫຍາຍຕົວ ທັງປະລິມານ ແລະ ຄຸນນະພາບ, ປຸກລະ ດົມຂົນຂວາຍປະຊາຊົນເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ກວ້າງຂວາງ, ຍູ້ແຮງການ ປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາຢາ ເສບຕິດຢູ່ພາຍໃນກົມກອງໃຫ້ເຂັ້ມງວດ, ຕີຖອຍ ແລະ ກຳຈັດປະກົດການຫຍໍ້ທໍ້ຕ່າງໆ ໃນກຳລັງປະກອບອາວຸດ ສາມາດເປັນກຳລັງທີ່ບໍລິສຸດຕໍ່ຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດໃຈ.
Cr: ໜັງສືພິມປ້ອງກັນປະເທດ




