ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 27 ກັນຍາ 2022 ນີ້, ກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ, ການສ້າງຕັ້ງໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ ແລະ ແຕ່ງຕັ້ງນາຍທະຫານຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນຳກະ ຊວງ,ຄະນະນໍາບັນດາກົມໃຫຍ່,ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາອົງການ, ກົມ-ກອງອ້ອມຂ້າງກະຊວງ, ບັນດານາຍທະຫານຂັ້ນສູງຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ຖືກແຕ່ງຕັ້ງໜ້າທີ່ໃໝ່ເຂົ້າຮ່ວມ.
ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນພົນຕີຂຶ້ນຊັ້ນພົນໂທ,ເລື່ອນຊັ້ນພົນຈັດຕະວາຂຶ້ນຊັ້ນພົນຕີ, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນພັນໂທຂຶ້ນຊັ້ນພັນເອກ, ດຳລັດວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການບົງຕົວແຕ່ງຕັ້ງຮອງປະທານກວດກາພັກກະຊວງປ້ອງກັນປະເທດ. ໃນນີ້, ໄດ້ຕົກລົງເລື່ອນຊັ້ນ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,ຫົວໜ້າກົມໃຫຍ່ເສນາທິການກອງທັບ ຂຶ້ນຊັ້ນພົນໂທ, ເລື່ອນຊັ້ນ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບຂຶ້ນຊັ້ນພົນຕີ, ເລື່ອນຊັ້ນ ສະຫາຍ ພັນໂທ ວິພາໄຊ ຈັນທະມາດ ທີ່ປືກສາທູດປ້ອງກັນຊາດລາວ ປະຈໍາ ສສ ມຽນມາ, ສະຫາຍ ພັນໂທ ໄຊມະນີ ອິນທະວົງ ທີ່ປືກສາທູດປ້ອງກັນຊາດລາວ ປະຈໍາ ສປ ຈີນ ແລະ ສະຫາຍ ພັນໂທ ສຸລິວັນ ອິນທະວອນ ທີ່ປືກສາທູດປ້ອງກັນຊາດລາວ ປະຈໍາ ສ.ເກົ່າຫຼີ ຂຶ້ນຊັ້ນພັນເອກ, ແຕ່ງຕັ້ງ ສະ ຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ເປັນຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສຸລິນພອນ ຄຳພະຈັນ ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ເປັນຮອງປະທານກວດກາພັກກະຊວງປ້ອງກັນປະເທດ ( ປ່ຽນແທນ ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຍົກຍ້າຍໄປຮັບໜ້າທີ່ໃໝ່ ). ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ( ທຽບເທົ່າກອງພົນ ) ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະອຳນວຍການ ແລະ ຄະນະຫ້ອງຂອງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ເປັນຫົວໜ້າການທະຫານ, ສະຫາຍພັນເອກ ປອ ສະແຫວງ ແດນນາມົນ ເປັນຫົວໜ້າການເມືອງ, ສະຫາຍພັນເອກ ນາງ ຄຳມີ ບົດນາລີ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງ, ສະຫາຍພັນໂທ ສັງທອງ ສຸກສີສະຫວາດ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງການສຶກສາ, ສະຫາຍພັນເອກ ວັນໄຊ ວົງປັນຍາ ເປັນຮອງອຳນວຍການ ຮັບຜິດຊອບວຽກງານພະລາທິການ-ເຕັກ ນິກ ທັງເປັນຫົວໜ້າຫ້ອງພະລາທິການ- ເຕັກນິກ. ນອກນັ້ນ, ຍັງແຕ່ງຕັ້ງຫົວໜ້າຫ້ອງການ-ບໍລິຫານ ແລະ ບັນດາຮອງຫ້ອງອີກຈຳນວນໜຶ່ງ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ແລະ ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນຕັ້ງໜ້າຄົ້ນຄ້ວາທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ເປັນຕົ້ນເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ເປັນແຜນວຽກອັນລະອຽດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ນໍາພາຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ,ຮັກສາຄວາມສາມັກຄີພາຍໃນເປັນປືກແຜ່ນ, ປະຕິບັດແບບແຜນວິທີເຮັດວຽກຕາມຫຼັກ ການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຈິງໃຈຊ່ວຍເຫຼືອ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຕ້ານທັດສະນະແນວຄິດໃນຕົວ ຫຼື ໂຍນຄວາມຮັບຜິດຊອບໃຫ້ກັນ, ບໍ່ວິຈານ ຫຼື ໃສ່ຮ້າຍປ້າຍສີສິ່ງທີ່ບໍ່ດີແບບຊະຊາຍ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ, ອຸທິດຄວາມຮູ້, ສະຕິ ປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ຮັບໃຊ້ປະເທດຊາດ, ຍົກສູງຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເຮັດໃຫ້ວຽກງານທີ່ຕົນຮັບຜິດຊອບມີຄວາມເດັ່ນຊັດຂຶ້ນຢ່າງຈະແຈ້ງ,ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງໃຫ້ດີ ໄປຄວບຄູ່ກັບການເອົາໃຈໃສ່ດໍາເນີນຊີວິດການເມືອງແຕ່ລະໄລຍະເປັນປົກກະຕິ, ຖືເອົາການຕຳນິຕິຊົມກໍ່ສ້າງເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ, ຕຳນິກັນເພື່ອຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ຫຼີກເວັ້ນອັກຄະຕິໂຄນລົ້ມ, ສ້າງແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ, ເຄື່ອນໄຫວໃກ້ສິດຕິດແທດກັບມະຫາຊົນແລະ ການຈັດຕັ້ງກົມກອງຂອງຕົນຢູ່ສະເໝີ, ເອົາໃຈໃສ່ກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ຖືກກັບທິດນໍາ ແລະ ຫຼັກການຂອງພັກ, ກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ບັນລຸຄາດໝາຍທີ່ຄະນະ ພັກກະຊວງວາງອອກ ພ້ອມກັນນໍາພາກອງທັບໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງມີແບບແຜນແລະທັນສະໄໝ.
ໂດຍ: ເພັດ ສົມນໍວັນ