ວັນທີ 14 ພະຈິກ 2024 ນີ້ ທີ່ສະໂມສອນໃຫຍ່ຂອງຫ້ອງວ່າການແຂວງຫລວງພະບາງ ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ປະທານ ອົງການກວດສອບແຫ່ງລັດ ປະຈໍາພາກເໜືອ 1, ໂດຍເປັນປະທານຮ່ວມຂອງ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫລວງພະບາງ, ມີບັນດາການນໍາອົງການກວດສອບ, ຕາງໜ້າພະແນກການຂັ້ນແຂວງຫລວງພະບາງ ແລະ ພະນັກງານອົງການກວດສອບປະຈໍາພາກເໜືອ 1 ເຂົ້າຮ່ວມ. ພິທີ ທ່ານ ລໍາທອນ ບຸດຕະລາດ ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການກວດສອບແຫ່ງລັດ ໄດ້ຂຶ້ນຜ່ານຂໍຕົກລົງ ຂອງຄະນະປະຈໍາສະພາປະຊາຊົນສູງສຸດ, ຂໍຕົກລົງຂອງປະທານອົງການກວດສອບແຫ່ງລັດ ວ່າດ້ວຍການແຕ່ງຕັ້ງ ທ່ານ ສາລະວັນ ອິນທະວົງ ຮັກສາການປະທານອົງການກວດສອບແຫ່ງລັດ ປະຈໍາພາກເໜືອ ຂຶ້ນເປັນປະທານ ອົງການກວດສອບແຫ່ງລັດ ປະຈໍາພາກເໜືອ 1, ໃຫ້ກຽດຂຶ້ນມອບຂໍ້ຕົກລົງ ໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມທັງມີຄໍາເຫັນໃຫ້ທິດຊີ້ນໍາ ວຽກງານອົງການກວດສອບແຫ່ງລັດ ໃນໄລຍະໃຫ່ມ ຕື່ມອີກ.





