ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດບັ້ນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V

Feb 28, 2025

ພິທີໂຮມຊຸມນຸມ ປະກາດບັ້ນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈັດຂຶ້ນ ໃນວັນທີ 28 ກຸມພາ 2025, ທີ່ຫໍປະຊຸມແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງ ເຂດວັດທະນະທຳ-ສັງຄົມ, ຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025, ມີພະເຖລະນຸເຖລະ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ, ຮອງເຈົ້າແຂວງ, ຫົວໜ້າກົມ, ຮອງກົມ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນວ່າ: ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນການສໍາຫຼວດໜຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດສໍາລັບບັນດາປະເທດ ທີ່ຢູ່ໃນພາກພື້ນ ແລະ ສາກົນໃນທຸກໆ 10 ປີ ພາຍໃຕ້ຂໍ້ ແນະນໍາຂອງໜ່ວຍງານສະຖິຕິຂອງອົງການສະຫະປະ ຊາຊາດ, ລັດຖະບານແຫ່ງ ສປປ ລາວ ກໍໄດ້ດໍາເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ມາແລ້ວ 4 ຄັ້ງ ຊຶ່ງເລີ່ມແຕ່ປີ 1985 ເຖິງ ປີ 2015. ຕະຫຼອດໄລຍະທີ່ຜ່ານມາຈາກຜົນການສໍາຫຼວດຊີ້ໃຫ້ເຫັນວ່າ ພົນລະເມືອງລາວ ໄດ້ເພີ່ມຂຶ້ນຈາກ 3,5 ລ້ານຄົນ ປີ 1985, ມາເປັນ 4,5 ລ້ານຄົນ ໃນປີ 1995; 5,5 ລ້ານຄົນ ໃນປີ 2005 ແລະ ຈາກການສໍາຫຼວຄັ້ງ ທີ IV ຫຼ້າ ສຸດ ໃນປີ 2015 ພົນລະເມືອງລາວ ມີ 6,4 ລ້ານຄົ້ນ ແລະ ຄາດ ຄະເນວ່າ ໃນ ປີ 2025 ພົນລະເມືອງລາວ ຈະມີປະມານ 7,8 ລ້ານຄົນ, ໃນປີ 2035 ຈະມີປະມານ 8,9 ລ້ານຄົນ ແລະ ປີ 2045 ສປປ ລາວ ຈະມີປະຊາກອນ 9,9 ລ້ານຄົນ.
ການສໍາຫຼວດດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງ ທີ 5 ແມ່ນມີຄວາມສໍາຄັນທີ່ສຸດ ເພາະເປັນແຫຼ່ງມີຂໍ້ມູນສະຖິຕິ ເພື່ອຢືນຢັນການບັນລຸເປົ້າໝາຍດັ່ງກ່າວ ແລະ ມັນມີຄວາມຈໍາ ເປັນທີ່ສຸດ ທີ່ພວກເຮົາຈະຕ້ອງໄດ້ສຶກສາ ແລະ ເຂົ້າໃຈ ເຖິງບັນຫາການປ່ຽນແປງຂອງພົນລະເມືອງລາວ ໃນປັດຈຸບັນ ກໍຄື ອະນາຄົດ ເພາະມັນພົວພັນເຊິ່ງກັນ ແລະ ກັນ ຢ່າງສະນິດແໜ້ນກັບຄຸນລັກ ສະນະຂອງພົນລະເມືອງ ເຊັ່ນ: ອັດຕາການຕາຍ, ການຈະເລີນພັນ, ການມີວຽກເຮັດງານທໍາ, ການຍົກຍ້າຍ, ການເຂົ້າເຖິງການບໍລິການດ້ານການສຶກສາ ແລະ ສາທາລະນະສຸກ, ຄຸນນະພາບຂອງທີ່ຢູ່ອາໄສ. ເງື່ອນໄຂເຫຼົ່ານັ້ນ ລ້ວນແຕ່ເປັນປັດໃຈ ອັນສໍາຄັນທີ່ສົ່ງຜົນຕໍ່ການປ່ຽນແປງໂຄງປະກອບຂອງພົນລະເມືອງ, ຕໍ່ການຂະຫຍາຍກາລະໂອກາດ ໃຫ້ແກ່ການແກ້ໄຂຄວາມທຸກຍາກ, ສ້າງຄວາມສົມດຸນ ຂອງຕະຫລາດແຮງງານ, ການພັດທະນາຊັບ ພະຍາກອນມະນຸດ ແລະ ການພັດທະນານະວັດຕະກຳເຕັກໂນໂລຊີ, ຄວາມໜາແໜ້ນຂອງພົນລະເມືອງ ທີ່ເພີ່ມຂຶ້ນກໍບົ່ງບອກເຖິງຄວາມສໍາຄັນຂອງການພັດທະນາຕົວເມືອງ ແລະ ສ້າງເງື່ອນໄຂການສະໜອງການບໍລິການໂຄງລ່າງພື້ນຖານ ຂອງລັດຖະບານ ໄດ້ຢ່າງມີປະສິດທິຜົນ.
ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຮຽກຮ້ອງ ໃຫ້ປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ ເຄື່ອນໄຫວຢູ່ຕ່າງປະເທດ ຕະ ຫຼອດ ຮອດພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ຊາວຄ້າຂາຍ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ໃນໄລຍະການດໍາເນີນການສໍາຫຼວດຈົ່ງໃຫ້ການສະໜັບສະ ໜູນ, ໃຫ້ການຮ່ວມມືຢ່າງຈິງໃຈ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສໍາຫຼວດໃນຄັ້ງນີ້. ພ້ອມນີ້ກໍສະເໜີ ໃຫ້ບັນດາທ່ານຄະນະຊີ້ນໍາ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ອໍານາດການປົກຄອງທຸກຂັ້ນຈົ່ງເອົາໃຈໃສ່ ໃນການ ຊີ້ນໍາ-ນໍາພາ, ໃຫ້ຄວາມສະດວກ ແລະ ປະສານສົມທົບຢ່າງໃກ້ສິດກັບກອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອໃຫ້ການຮ່ວມມື ແລະ ສ້າງເງື່ອນໄຂ ທີ່ເອື້ອອໍານວຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັ້ນດໍາເນີນການສໍາຫຼວດ ໃນຄັ້ງນີ້ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ແລະ ຮັບປະກັນໃຫ້ໄດ້ຄວາມສະຫງົບ ຄວາມປອດໄພ 100% ຕະຫຼອດໄລຍະ ການດໍາເນີນການສໍາຫຼວດ ໃນ ປີ 2025.
ໂອກາດນີ້, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ຮອງຫົວ ໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ໃຫ້ຮູ້ວ່າ: ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ນີ້, ເປັນບັ້ນທີ່ມີຄວາມໝາຍຄວາມສໍາຄັນ ຊຶ່ງຈະສາມາດສະໜອງຂໍ້ມູນທີ່ຖືກຕ້ອງຊັດເຈນ ແລະ ກວ້າງຂວາງ ໃຫ້ແກ່ຂະ ບວນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງປະເທດເຮົາ ກໍຄື ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X. ພ້ອມທັງ ເປັນບ່ອນອີງ ທີ່ໜັກແໜ້ນ ແລະ ໜ້າເຊື່ອຖື ໃນການສ້າງນະໂຍບາຍສົ່ງເສີມການພັດທະນາແບບຍືນຍົງ (SDGs) ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ ຂອງປະຊາ ຊົນ ໃນ ສປປ ລາວ.