ປະກາດບ້ານນໍ້າລ້ອງ ເປັນບ້ານວັດທະນະທໍາ ແຫ່ງທີ 23 ຂອງເມືອງທ່າໂທມ

ພິທີປະກາດຮັບຮອງບ້ານນໍ້າລ້ອງ ເມືອງທ່າໂທມ ແຂວງໄຊສົມບູນ ເປັນບ້ານວັດທະນະທໍາແຫ່ງທີ 23 ຂອງເມືອງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ພະຈິກນີ້ ທີ່ເດີ່ນໂຮງຮຽນປະຖົມບ້ານນໍ້າລ້ອງ ໂດຍການເຂົ້າຮ່ວມພິທີມີທ່ານ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ.
ໃນພິທີ ທ່ານ ພຸດສະໄໝ ໂພທີສານ, ເລຂາພັກບ້ານ, ນາຍ ບ້ານ-ບ້ານນໍ້າລ້ອງ ໄດ້ຜ່ານບົດສະຫຼຸບ ກ່ຽວກັບການສ້າງບ້ານວັດທະນະທໍາໃໝ່ ໂດຍໄດ້ໃຫ້ຮູ້ວ່າບ້ານນໍ້າລ້ອງ ແມ່ນໜຶ່ງໃນ 10 ບ້ານທີ່ຂຶ້ນກັບກຸ່ມເທດສະບານ ມີ 7 ໜ່ວຍສາມັກຄີ, ມີ 86 ຄອບຄົວ, ມີພົນລະເມືອງທັງໝົດ 480 ຄົນ, ຍິງ 230 ຄົນ, ມີ 3 ຊົນເຜົ່າຢູ່ຮ່ວມກັນ, ມີການຈັດຕັ້ງຄົບຊຸດ, ປະຊາຊົນສ່ວນຫຼາຍແມ່ນຢຶດຖືອາຊີບປູກຝັງ ແລະ ລ້ຽງສັດ ເພື່ອສ້າງລາຍຮັບເຂົ້າໃນຄອບຄົວ ຊຶ່ງສະເລ່ຍລາຍຮັບຈາກຢາງພາລາ, ມັນຕົ້ນ, ພືດຜັກອື່ນໆ ແລະ ສັດລ້ຽງ ບ້ານສາມາດສ້າງລາຍຮັບໄດ້ປະມານ 3 ຕື້ກວ່າກີບຕໍ່ປີ ຊຶ່ງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ມີທ່າກ້າວດີຂຶ້ນກວ່າເກົ່າ.
ຜ່ານຈາກການປະເມີນຕາມມາດຕະຖານ ຂອງການສ້າງຄອບຄົວ ແລະ ບ້ານວັດທະນະທໍາແລ້ວ ສາມາດປະເມີນຄອບຄົວວັດທະນະທໍາໄດ້ 81 ຄອບຄົວ ເທົ່າກັບ 94,2%. ຈາກນັ້ນ ທ່ານ ຕົ່ງມົວ ຊົວໂກ້ ໄດ້ຂຶ້ນມອບໃບຢັ້ງຢືນ ບ້ານວັດທະນະທໍາ ໃຫ້ບ້ານນໍ້າລ້ອງ ຢ່າງເປັນທາງການ. ໂອກາດດຽວກັນນັ້ນ ທ່ານ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ບ້ານສາມາດຍາດໄດ້ໃນໄລຍະຜ່ານມາ ຊຶ່ງໄດ້ສະແດງໃຫ້ເຫັນວ່າຍ້ອນໄດ້ຮັບຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຈາກ ພາກສ່ວນຕ່າງໆ ແລະ ຄວາມເປັນເຈົ້າການ, ຄວາມສາມັກຄີຂອງປະຊາຊົນພາຍໃນບ້ານ ທີ່ໄດ້ພ້ອມກັນເອົາໃຈໃສ່ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານ ຈຶ່ງເຮັດໃຫ້ໄດ້ປະກາດຮັບ ຮອງບ້ານນໍ້າລ້ອງ ເປັນບ້ານວັດທະນະທໍາ ໃນຄັ້ງນີ້.
ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນບັນດາເຜົ່າ ດ້ວຍການນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລົດ ມາເຜີຍແຜ່ເຊື່ອມຊຶມໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈ, ເອົາໃຈໃສ່ສ້າງເສດກະຖິດຂອງບ້ານ ກໍຄືຂອງແຕ່ລະຄອບຄົວໃຫ້ມີຢູ່ມີກິນ, ມີການຫັນ ປ່ຽນໄປໃນທາງທີ່ດີຂຶ້ນ ພ້ອມທັງສືບຕໍ່ປົກປັກຮັກສານາມມະຍົດບ້ານວັດທະນະທໍາ ຄຽງຄູ່ກັນການພັດທະນາບ້ານ ໃຫ້ໄດ້ປະກາດເປັນບ້ານວັດທະນະທໍາ ສະໄໝທີ II ໃນຕໍ່ໜ້າ.
ພາບ-ຂ່າວ: ພາພອນ ນະວົງໄຊ





