ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດສາມເມືອງຂອງແຂວງສະຫວັນນະເຂດ ຢຸດຕິການຖ່າຍຊະຊາຍ

Oct 18, 2024

ພິທີປະກາດເປັນເມືອງຢຸດຕິການຖ່າຍຊະຊາຍໃນ 3ເມືອງ ຂອງແຂວງ ສະຫວັນນະເຂດ ຄື: ເມືອງພະລານໄຊ, ເມືອງຊົນ ນະບູລີ ແລະເມືອງທ່າປາງທອງ ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2024 ທີ່ສະໂມສອນຂອງ ເມືອງ ພະລານໄຊ ໂດຍການເຂົ້າຮ່ວມ ເປັນປະທານຂອງທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າ ແຂວງສະຫວັນນະເຂດ
ໂອກາດນີ້ ທ່ານ ດຣ. ຄໍາພັນ ເທບສຸລິວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງພະລານໄຊ ຕາງໜ້າ ໃຫ້ 3 ເມືອງລາຍງານກ່ຽວກັບການຈັດຕັ້ງປະຕິບັດເມືອງຢຸດຕິການຖ່າຍຊະຊາຍ ໂດຍໃຫ້ຮູ້ວ່າ: ເມືອງພະລານໄຊ ມີ 54 ບ້ານ, ມີ 8,193 ຄອບຄົວ ມີພົນລະເມືອງທັງໝົດ 54.542 ຄົນ, ເມືອງຊົນນະບູລີ ມີ 63 ບ້ານ, ມີ 10.552 ຄອບຄົວ ມີພົນລະເມືອງທັງໝົດ 70.749 ຄົນ, ເມືອງທ່າປາງທອງ ມີ 49 ບ້ານ ມີ 7,301 ຄອບຄົວ ມີປະຊາກອນທັງໝົດ 49.724 ຄົນ, ສຳລັບຜົນໄດ້ຮັບໃນການຈັດຕົ້ງປະຕິບັດໃນການສ້າງເມືອງເປັນເມືອງຢຸດຕິການຖ່າຍຊະຊາຍ ໃນນີ້, ໄດ້ຈັດຕັ້ງປະຕິບັດກອງປະຊຸມຊີ້ແຈງ ແລະ ຜັນຂະຫຍາຍວຽກງານຊຸມຊົນເປັນເຈົ້າການດ້ານສຸຂານາໄມ ຫຼືຊຈສ ຂັ້ນເມືອງ ພ້ອມທັງເຊັນສັນຍາ ແລະ ຈັບມືວາງຂໍ້ແຂ່ງຂັນລະຫວ່າງບ້ານຕໍ່ບ້ານ, ຈັດຕັ້ງປະຕິບັດກອງປະຊຸມເຜີຍແຜ່ເນື້ອໃນແຜນການຈັດຕັ້ງປະຕິບັດວຽກງານ ຊຈສ ໃຫ້ທົ່ວເຖິງແຕ່ລະບ້ານ ພ້ອມທັງຈັດລຽງບັນຫາບຸລິມະສິດຢູ່ແຕ່ລະບ້ານ, ຈັດຕັ້ງຄະນະກໍາມະການຮັບຜິດຊອບກວດກາຄອບຄົວຊົມໃຊ້ວິດຖ່າຍຂັ້ນບ້ານ ແລະ ເມືອງ ເຊິ່ງເມືອງພະລານໄຊ ໄດ້ຮັບງົບປະມານຈາກການນຳແຂວງ ຈໍານວນ 292,000,000 ກີບ ໃນການສ້າງວິດຖ່າຍຄອບຄົວ ສໍາລັບຜູ້ທຸກຍາກ 365 ຄອບຄົວ ໃນຈໍານວນ 32 ບ້ານ, ເມືອງຊົນນະບູລີ ໄດ້ຮັບຈໍານວນ 358,000,000 ກີບ ໃນການສ້າງວິດຖ່າຍຄອບຄົວ ສໍາລັບຜູ້ທຸກຍາກ 448 ຄອບຄົວ ໃນຈໍານວນ 29 ບ້ານ ແລະ ເມືອງທ່າປາງທອງ ໄດ້ຮັບງົບປະມານຈາກການນຳແຂວງ 349 ,600,000ກີບ ໃນການສ້າງວິດຖ່າຍຄອບຄົວ ສໍາລັບຜູ້ທຸກຍາກ 437 ຄອບຄົວ ໃນຈໍານວນ 27 ບ້ານ. ໂດຍຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນ 3 ເມືອງ ສະແດງໃຫ້ເຫັນວ່າ: ເມືອງພະລານໄຊ ມີຈໍານວນຫຼັງຄາເຮືອນທັງໝົດ 6,382 ຫຼັງຄາ ມີຫຼັງຄາເຮືອນທີ່ໄດ້ຊົມໃຊ້ວິດຖ່າຍໄປແລ້ວ 5,449 ຫຼັງຄາເຮືອນ ເທົ່າກັບ 85,38% ນອກນີ້ ຍັງມີຫຼັງຄາເຮືອນທີ່ໃຊ້ວິດຖ່າຍຮ່ວມນໍາພີ່ນ້ອງຢູ່ 933 ຫຼັງຄາເຮືອນ ເທົ່າກັບ 14,61%, ສ່ວນເມືອງຊົນນະບູລິ ມີ 8, 962 ຫຼັງຄາເຮືອນ, ຫຼັງຄາເຮືອນທີ່ໄດ້ຊົມໃຊ້ວິດຖ່າຍແລ້ວ 8,532 ຫຼັງຄາເຮືອນ ເທົ່າກັບ 95,20% ແລະ ມີຫຼັງຄາເຮືອນທີ່ໃຊ້ວິດຖ່າຍຮ່ວມນໍາພີ່ນ້ອງ ຈໍານວນ 434 ຫຼັງຄາເຮືອນ ເທົ່າກັບ 4,84%, ສໍາລັບເມືອງທ່າປາງທອງ ມີ 6, 535 ຫຼັງຄາເຮືອນ, ມີ 5,777 ຫຼັງຄາເຮືອນທີ່ໄດ້ຊົມໃຊ້ວິດຖ່າຍ ເທົ່າກັບ 88,40% ນອກຈາກນີ້ ຍັງມີ 758 ຫຼັງຄາເຮືອນ ທີ່ໃຊ້ວິດຖ່າຍຮ່ວມນໍາພີ່ນ້ອງຢູ່ ເທົ່າກັບ 11,59% ສັງລວມແລ້ວ ໃນ 89 ບ້ານເປົ້າໝາຍຂອງທັງ 3 ເມືອງ ມີຄວາມຕື່ນຕົວສູງຕໍ່ວຽກງານສາທາລະນະສຸກ ກໍຄືເປັນເຈົ້າການຮັກສາສຸຂະພາບຂອງຕົນເອງ, ຄອບຄົວ ແລະຊຸມຊົນ ເຮັດໃຫ້ອັດຕາການຊົມໃຊ້ວິດຖ່າຍໃນທົ່ວ 3 ເມືອງ ກວມເອົາ 100%
ຈາກນັ້ນ ກໍ່ໄດ້ມີພິທີມອບໃບຢ້ງຢືນຂອງທ່ານເຈົ້າແຂວງສະຫວັນນະເຂດ ເຊິ່ງຕົກລົງເຫັນດີອະນຸມັດຮັບຮອງ ແລະ ຢັ້ງຢືນປະກາດ ເມືອງພະລານໄຊ,ເມືອງຊົນນະບູລີ, ເມືອງທ່າປາງທອງ ທີ່ມີຜົນງານດີເດັ່ນໃນວຽກງານສາທາລະນະສຸກແບບຢ່າງ ແລະ ເປັນເມືອງສາທາລະນະສຸກແບບຢ່າງປີ 2024.