ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 25 ມັງກອນ 2023,​ ຜູ້ພັດທະນາແຫຼ່ງທ່ອງທ່ຽວນ້ຳຕົກຕາດເຍືອງ ໄດ້ຈັດພິທີ ປະກາດການສ້າງຕັ້ງກຸ່ມຜະລິດກະສິກຳອິນຊີບ້ານຫຼັກ​ 40​ ເມືອງປາກຊ່ອງ​ ແຂວງຈຳປາສັກ ຢ່າງເປັນທາງການ ພາຍຫລັງມີນິຕິກຳຂອງເມືອງອະນຸຍາດໃຫ້ຈັດຕັ້ງເຄື່ອນໄຫວມາໃນໄລຍະ 1 ປີ ຜ່ານມາ. ພິທີຈັດຂຶ້ນ​ຢູ່ແຫຼ່ງທ່ອງທ່ຽວນໍ້າ​ຕົກຕາດ​ເຍືອງ ​ໂດຍການເປັນປະທານຮ່ວມຂອງ ທ່ານ ດຣ.​ຊັບປະທີບ ໄຊຍະວົງ​ ຮອງເລຂາພັກເມືອງປາກຊ່ອງ, ທ່ານ​ ນາງ​ ສອນທິດາ​ ອຸນາພົມ ຜູ້ພັດທະນາ​ແຫຼ່ງ​ທ່ອງທ່ຽວ​ນໍ້າ​ຕົກຕາດ​ເຍືອງ.​ ມີທ່ານ ຄໍາຫຼ້າ​ ສຸວັນນະສີ ຫົວໜ້າຫ້ອງການ ຖວທ ເມືອງ,​ ທ່ານ​ ຄໍາ​ຮູ້​ ມຸກດາລາ ຫົວໜ້າ​ຫ້ອງການກະສິກໍາ​ – ປ່າໄມ້ເມືອງ, ທ່ານ​ສົມຈິດ ໄຊອາສາ ຫົວໜ້າ​ຫ້ອງການ​ ຮສສ​ ເມືອງ,​ ທ່ານ​ ອິນປອນ ສຸລິຍະ​ວົງ​ ເລຂາຄະນະພັກຮາກຖານກຸ່ມ III​ ພ້ອມດ້ວຍ​ເຈົ້າ​ໜ້າ​ທີ່​ຕໍາ​ຫຼວດ​ທ່ອງທ່ຽວ,​ ຄະນະພັກຮາກຖານກຸ່ມບ້ານ,​ ນາຍບ້ານ ຫຼັກ40,​ ພໍ່ແມ່​ປະຊາຊົນ​ ແລະ​ ສະມາຊິກ​ກຸ່ມ​ ເຂົ້າຮ່ວມ.​
ໃນພິທີ​ ທ່ານ​ ນາງ​ ສອນທິດາ​ ອຸນາພົມ ຜູ້ພັດທະນາ​ແຫຼ່ງ​ທ່ອງທ່ຽວ​ນໍ້າ​ຕົກຕາດ​ເຍືອງ​ ປະທານຄະນະບໍລິຫານກຸ່ມ ຜູ້ຜະລິດ​ກະສິກໍາ​ອິນຊີ​ ບ້ານຫຼັກ​ 40​ ໄດ້ຜ່ານບົດສະຫຼຸບ​ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງກຸ່ມ ໃນຊຸມປີຜ່ານມາ,​ ຊຶ່ງກຸ່ມຜະລິດກະສິກໍາອິນຊີ​ ບ້ານຫຼັກ​ 40 ໄດ້ຮັບອະນຸຍາດສ້າງຕັ້ງ​ ແລະ​ ຄຸ້ມຄອງ ໂດຍທ່ານເຈົ້າເມືອງ ແລະ ຫ້ອງການກະສິກຳ ແລະ​ ປ່າໄມ້ເມືອງ ໃນການດໍາເນີນກິດຈະການຜະລິດກະສິກໍາອິນຊີ ປູກພືດຜັກ ປອດສານພິດ ເປັນສີນຄ້າ ລວມໝູ່ຂອງປະຊາຊົນບ້ານຫຼັກ​ 40 ເມືອງປາກຊ່ອງ​ ໃນຕົ້ນປີ​ 2021.​ ປະຈຸບັນ​ ມີສະມາຊິກ​ທັງໝົດ 60 ຄອບຄົວ,​ ສະມາຊິກສໍາຮອງ 11 ຄອບຄົວ, ແບ່ງເປັນ 4 ຈຸຜະລິດ ໂດຍໄດ້ປູກພືດຜັກ​ ແລະ​ ໜາກໄມ້ໃນແບບສວນປະສົມປະສານ ແຊມໃສ່ໃນເນື້ອທີ່ສວນກາເຟ ຂອງແຕ່ລະຄອບຄົວ ຈໍານວນ 87 ເຮັກຕາ, ລົງທຶນ​ຈົດທະບຽນສ້າງຕັ້ງກຸ່ມຈໍານວນ 100 ລ້ານກີບ​ ເຊິ່ງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຈໍາກັດ​ (ຄູ່ສັນຍາ) ໄດ້ກໍານົດນະໂຍບາຍສົ່ງເສີມກຸ່ມ ດ້ວຍວິທີການເກັບຊື້ຜົນຜະລິດແບບຄໍ້າປະກັນລາຄາທີ່ເໝາະສົມກັບກຸ່ມ ໂດຍອີງຕາມສະພາບຕົວຈິງໃນແຕ່ລະໄລຍະ.​ ນອກນີ້ ຍັງມີບໍາເນັດເພີ່ມຕື່ມໃຫ້ ກິໂລລະ 200​ ກີບ​ ເພື່ອໃຫ້ກຸ່ມມີເງີນສະສົມສ້າງກອງທຶນ​ຄັງສະຫວັດດີການຂອງກຸ່ມ.​ ໃນ​ 1 ປີຜ່ານມາ​ ກຸ່ມສາມາດຈໍາໜ່າຍຜົນຜະລິດໃຫ້ບໍລິສັດ​ (ຄູ່ສັນຍາ) ໄດ້ຈໍານວນ 48,9 ໂຕນ ຄິດເປັນເງີນ 561 ລ້ານກ່ວາກີບ.​ ໃນນີ້,​ ບໍລິສັດໄດ້ວາງແຜນຈະເກັບຊື້ພືດຜັກ​ -​ ໝາກໄມ້​ ໃຫ້ໄດ້ 44​ ຊະນິດ/ເດືອນ, ແຕ່ການເຄື່ອນໄຫວຕົວຈິງ ສາມາດສະໜອງໄດ້ພຽງແຕ່ 24​ ຊະນິດ,​ ໃນນັ້ນ​ ປະເພດຜັກ 18 ຊະນິດ,​ ປະເພດໝາກໄມ້​ 5 ຊະນິດ ແລະ ຖ່ານດັງໄຟ ລວມທັງໝົດ​ 48.994 ກິໂລກຼາມ ແລະ​ ສາມາດເກັບເງີນກອງທຶນ​ຄັງສະສົມສະຫວັດດີການຂອງກຸ່ມ ກິໂລລະ 200​ ກີບ​ ໄດ້ 9.798.940 ກີບ.
ທ່ານ​ ນາງ​ ສອນທິດາ​ ອຸນາພົມ​ ໃຫ້ຮູຕື່ມວ່າ: ສໍາລັບ​ທິດທາງ​ແຜນການ​ໃນປີ​ 2023,​ ຈະສືບຕໍ່ຜະລິດ ແລະ ຈໍາໜ່າຍຜົນຜະລິດກະສິກໍາອີນຊີພືດຜັກປອດສານພິດ ເປັນສີນຄ້າ​ ໃຫ້ແຂງແຮງກ່ວາເກົ່າ ເຊິ່ງຢູ່ພາຍໃນສວນປູກ ຂອງແຕ່ລະຄອບຄົວ​ ຈະບຸກບືນສູ້ຊົນສະໜອງໃຫ້ ຄູ່ສັນຍາ​ ກໍຄືແຫຼ່ງທ່ອງທ່ຽວຕາດເຍືອງ ແລະ​ ສາມາດຈໍາໜ່າຍທົ່ວໄປ ຫຼື​ ໃນຕະຫຼາດສົດກັບທີ່ ຕາດເຍືອງ ແລະ​ ສົ່ງອອກຂາຍພາຍໃນ ແລະ​ ຕ່າງປະເທດ​ ໃຫ້ໄດ້ 75 ໂຕນຕໍ່ປີ​ ເພື່ອໃຫ້ສະມາຊິກແຕ່ລະຄອບຄົວ ມີລາຍຮັບເພີ່ມ ແລະ​ ມີເງີນກອງທຶນ​ສະສົມ ພາຍໃນກຸ່ມ​ ເພື່ອເປັນສະຫວັດດີການໃຫ້ສະມາຊິກ. ພ້ອມນີ້ກໍຈະຂະຫຍາຍເນື້ອທີ່ສວນລວມຂອງກຸ່ມ ຢູ່ໃນເນື້ອທີ່ຂອງບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວຕາດເຍືອງ​ ໃຫ້ຫລາຍຂຶ້ນກ່ວາເກົ້າ.
ຈຸດປະສົງ ກໍເພື່ອເປີດໂອກາດໃຫ້ປະຊາຊົນ ທີ່ຢູ່ໃນເຂດພື້ນທີ່ໃກ້ຄຽງແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ທີ່ມີມູນເຊື້ອດຸໝັ່ນຫ້າວຫັນ ໄດ້ມີຜົນປະໂຫຍດ ແລະ​ ປະກອບສ່ວນຮ່ວມໃນກິດຈະກໍາການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ແບບຍືນຍົງ ປະຊາຊົນມີສ່ວນຮ່ວມ​ ເຊິ່ງຈະມີລາຍໄດ້ສໍາຮອງເພີ່ມຈາກການປູກກາເຟ ໂດຍການສະໜອງພືດຜັກ,​ ໝາກໄມ້ປອດສານພິດ​ ໃຫ້ແຫຼ່ງທ່ອງທ່ຽວ ນໍາມາປຸງແຕ່ງອາຫານ ເພື່ອສຸຂະພາບ ທີ່ມີເອກລັກ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ -​ ຕ່າງປະເທດ ແລະ ຈໍາໜ່າຍກັບທີ່,​ ທົ່ວໄປ ແລະ​ ພາຍໃນຕະຫຼາດສົດຕາດເຍືອງ ແລະ​ ສົ່ງອອກໄປຂາຍ ພາຍໃນ ແລະ ຕ່າງປະເທດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງຄອບຄົວພໍ່ແມ່ປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ.​ ເຮັດໃຫ້ພໍ່ແມ່ປະຊາຊົນ ເປັນເຈົ້າການ, ປະກອບສ່ວນໃນການອະນຸລັກປົກປັກຮັກສາທໍາມະຊາດ,​ ສິ່ງແວດລ້ອມ,​ ປ່າໄມ້​ ແລະ​ ແຫຼ່ງນໍ້າ​ ໃຫ້ມີຄວາມອຸດົມສົມບູນ ຕິດພັນກັບການອະນຸລັກຮັກສາວັດທະນາທໍາ,​ ຮີດຄອງປະເພນີ ທີ່ມີເອກະລັກ ໃຫ້ຍືນຍົງ ໂດຍສະເພາະແຫຼ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດເຍືອງ
ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມ ຢ່າງຫຼວງຫຼາຍ ໃນ ພິທີໄດ້ ມອບຂອງຂັວນ ແລະ ຍ້ອງຍໍ ພ້ອມນະໂຍບາຍໃຫ້ແກ່ສະມາຊິກກຸ່ມທີ່ດີເດັ່ນໃນການປູກ ແລະ ສົ່ງຜົນມາຜະລິດອິນເຂົ້າມາຈຳໜາຍພາຍໃນກຸ່ມຕື່ມອີກ.
ຈາກນັ້ນ,​ ທ່ານ ດຣ.​ຊັບປະທີບ ໄຊຍະວົງ​ ຮອງເລຂາພັກເມືອງ ພ້ອມຂະແໜງການ,ຫ້ອງການກ່ຽວຂ້ອງ ເຊັ່ນ:ຫ້ອງການ​ ຖວທ ເມືອງ, ຫ້ອງການ​ກະສິກໍາ – ປ່າໄມ້ເມືອງ, ຫ້ອງການ ຮສສ ເມືອງ​ ແລະ​ ເລຂາຄະນະພັກຮາກຖານກຸ່ມບ້ານທີ III​ ກໍໄດ້​ມີຄໍາເຫັນ​ເປັນເອກກະພາບສູງຕໍ່ຜົນຜົນງານການເຄື່ອນໄຫວຂອງກຸ່ມ ໃນໄລະຍະຜ່ານມາ ແລະຝາກຄວາມຫວັງເຊື່ອໝັນວ່າ ພາຍໃຕ້ການບໍລິຫານຈັດການ ທີ່ດີ ແລະ ມີປະສົບການສູງຂອງ ທ່ານ​ ນາງ​ ສອນທິດາ​ ອຸນາພົມ ຜູ້ພັດທະນາ​ແຫຼ່ງ​ທ່ອງທ່ຽວ​ນໍ້າ​ຕົກຕາດ​ເຍືອງ ໃນຕໍ່ໜ້າຈະສາມາດຂະຫຍາຍກິດຈຳການໄດ້ຢ່າງກວ້າງຂວາງ ແລະ ເຂັ້ມແຂງ ນຳຜົນປະໂຫຍດຢ່າງຫລວງຫລາຍໃ້ຫ້ແກ່ປະຊາຊົນສໍາເລັດ​ຕາມ​ຄາດໝາຍ​ທີ່​ວາງໄວ້.
ເກດສະໜາ ແກ້ວສຸວັນນະແສງ
May be an image of 14 people and people standing
May be an image of 10 people and people standing