ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດສ້າງຕັ້ງກຸ່ມຫັດຖະກໍາຕໍ່າຫູກທໍໄໝ ບ້ານດອນໂຄ ເມືອງຊະນະສົມບູນ

Nov 23, 2024

ໃນວັນທີ 23 ພະຈິກ 2024 ທີ່ເຮືອນເກີດຂອງທ່ານ ອາດສະ ພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຊຶ່ງຕັ້ງຢູ່ບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈຳປາສັກ,ໄດ້ຈັດພິທີປະກາດ ສ້າງຕັ້ງກຸ່ມຫັດຖະກໍາຕໍ່າຫູກທໍໄໝ ບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈຳປາສັກ ຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ,ມີການນຳແຂວງ,ພະແນກການອ້ອມຂ້າງ,ມີເຈົ້ານະຄອນ,ເຈົ້າເມືອງ,ຮອງເຈົ້າເມືອງ,ອຳນາດການປົກຄອງກຸ່ມ, ບ້ານ,ນາຍບ້ານໆດອນໂຄ ຜູ້ປະກອບການທຸລະກິດ,ປະຊາຊົນສະມາຊິກກຸ່ມຊາວຊ່າງຫັດຖະກຳຕໍ່າຫູກທໍໄໝ ເຂົາຮ່ວມ.
ໃນພິທີ ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ, ໄດ້ກ່າວລາຍງານການກະກຽມຄວາມພ້ອມໃນພິທີປະກາດສ້າງຕັ້ງກຸ່ມການຜະລິດ ຫັດຖະກຳ ຕ່ຳຫູກ, ທໍໄໝ ທີ່ ບ້ານດອນໂຄ ໃນຄັ້ງນີ້ວ່າ: ການກະ ກຽມໄດ້ເລີ່ມແຕ່ ວັນທີ 28 ຕຸລາ 2024 ເປັນຕົ້ນມາ. ໄດ້ປະ ສານ ສົມທົບກັບເມືອງ,ບ້ານ ເພຶ່ອດຳເນີນຂັ້ນຕອນໃນການສ້າງຕັ້ງເປັນກຸ່ມສຳເລັດ, ພ້ອມອະນຸມັດ ໃນວັນທີ 7 ພະຈິກ 2024, ສະຖານທີ່ ກໍ່ໄດ້ກຳນົດເອົາເຮືອນ ຂອງ ທ່ານ ອາດສະພັງທອງ ສີພັນດອນ ທີ່ໄດ້ສ້າງຂື້ນມາເກືອບ 100 ປີ ເປັນບ່ອນເປີດພທີ ແລະ ການເຄື່ອນໄຫວກິດຈະການຂອງກຸ່ມຫັດຖະກຳດັ່ງກ່າວ, ລວມທັງການມອບໝາຍໃຫ້ນາຍບ້ານ, ປະທານກຸ່ມຫັດຖະກຳລົງຫາ ພໍ່ແມ່ປະຊາຊົນທັງໝົດ 71 ຄອບຄົວ ເຂົ້າມາຮ່ວມໃນນັ້ນ ຄອບຄົວທີ່ຕຳຫູກທໍໄໝ ມີທັງໝົດ 58 ຄອບຄົວ ເຂົ້າເປັນສະມາຊິກກຸມ ພ້ອມທັງຄັດເລືອກເອົາເປົ້າໝາຍຈຳນວນ 5 ກີ່ ເພຶ່ອເປັນຕົວແບບທັງໝົດເຂົ້າມາສາທິດການຕໍ່າຫູກ, ທໍ່ໃໝມັດໝີ່ແລະ ນຳຜະລິດຕະພັນມາວາງສະແດງ ແລະ ຈຳໜ່າຍທີ່ສູນດັ່ງກ່າວ ເປັນປະເພດ: ຕີນສິ້ນ, ຜ້າບ່ຽງ, ຜ້າຂາວມ້າ, ເຊີ່ງໃນແຕ່ ລະປີປະຊາຊົນມີລາຍຮັບບໍ່ຫຼຸດ 870 ລ້ານກີບ, ສະເລ່ຍບໍ່ຫຼຸດ 15,000,000 ກີບ/ກີ່ ດັ່ງຄຳໂຄງຂອງປະຊາຊົນທີ່ເວົ້າຕິດປາກກັນວ່າ, ຕີນສິ້ນຢູ່ດອນໂຄ, ໂຕສິ້ນຢູ່ສະຜ່າຍ, ເນື່ອງຈາກຜ່ານມາຊາວບ້ານໄດ້ມີສີໄມ້ລາຍມືອັນປານີດໃນການຕຳຫູກ ສົ່ງໃຫ້ບ້ານສະຜ່າຍເປັນບ່ອນຈຳໜ່າຍ ແລະ ເປັນສິນຄ້າ ໜຶ່ງເມືອງ, ໜຶ່ງຜະລິດຕະພັນ ທີ່ຮັບຄວາມນິຍົມຊົມຊອບຈາກສັງຄົມ ພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ.
ການສ້າງຕັ້ງເປັນກຸມຫັດຖະກຳຂອງບ້ານດອນໂຄກໍເພື່ອເຮັດໃຫ້ບ້ານມີການຈັດຕັ້ງທີ່ມີຄວາມເຂັ້ມແຂງ,ສົ່ງເສີມສີໄມ້ລາຍມືຊາວບ້ານເພດຍິງໃນການຕຳຫູກ ທໍ່ໄໝທີ່ມີຢູ່ແລ້ວໃຫ້ຍືນຍົງ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ ທັງເປັນການພັດທະ ນາບ້ານ ຕິດພັນກັບການສົ່ງເສີມການທ່ອງທ່ຽວ ດຶງດູດໃຫ້ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດມາທ່ຽວດອນໂຄ ຊົມວິຖີຊີວິດຊາວບ້ານ,ຊື້ ແລະ ຊົມໃຊ້ຜະລິດຕະພັນຫັດຖະກຳຊາວບ້ານດອນໂຄໃຫ້ຫຼາຍຂຶ້ນ.ຊຶ່ງຖືກຕ້ອງ ແລະ ສອດຄອງກັບມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກລາດເປັນເຈົ້າຕົນເອງ (ສອຈ)ອີກດ້ວຍ.
ໃນພິທີປະກາດສ້າງຕັ້ງກຸ່ມຫັດຖະກຳຕຳຫູກທໍໄໝບ້ານດອນໂຄ ເມືອງຊະນະສົມບູນຄັ້ງນີ້. ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມອບເງິນ ເຂົ້າໃນກອງທຶນກຸ່ມຫັດຖະກຳແຂວງ ຈຳປາສັກ ຈຳນວນ 500 ລ້ານກີບ ແລະ ມອບເງິນປະກອບສ່ວນເຂົ້າໃນກອງທຶນກຸ່ມຫັດຖະກຳຕໍ່າຫູກ ບ້ານດອນໂຄ ຈຳນວນ 100 ລ້ານກີບ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ມອບການປະ ກອບສ່ວນເຂົ້າໃນກອງທຶນກຸ່ມຫັດຖະກຳບ້ານດອນໂຄ ຈຳນວນ 100 ລ້ານກີບ ແລະ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ມອບ ການປະກອບສ່ວນເຂົ້າໃນກອງທຶນກຸ່ມຫັດຖະກຳບ້ານດອນໂຄ ຈຳນວນ 100 ລ້ານກີບ.
ຂ່າວ,ພາບ: ເກດສະໜາ ແກ້ວສຸວັນນະແສງ