ວັນທີ 8 ພະຈິກ 2024 ໄດ້ມີພິທີປະກາດແຂວງຫຼວງພະບາງເປັນແຂວງຢຸດຕິການຖ່າຍຊະຊາຍ ແຂວງທີ 13 ຂອງປະເທດ ໂດຍມີ ດຣ ບຸນແຝງ ພູມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ. ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນເລື່ອມ ມະນີວົງ ໃຫ້ຮູ້ວ່າ: ແຂວງຫຼວງພະບາງ ປະ ກອບມີ 11 ເມືອງ 1 ນະຄອນ ມີ 757 ບ້ານ, 85.437 ຄອບ ຄົວ, ພົນລະເມືອງ 488.970 ຄົນ. ໃນໄລຍະຜ່ານມາ ປະຊາຊົນຢູ່ເຂດຊົນນະບົດ ແມ່ນດໍາລົງຊີວິດແບບດັ້ງເດີມ ຂາດການເອົາໃຈ ໃສ່ດ້ານສຸຂະອານາໄມ ເຮັດໃຫ້ມີພະຍາດຕ່າງໆເກີດຂຶ້ນເປັນປະຈຳ. ສະນັ້ນ, ດ້ວຍຄວາມເອົາໃຈໃສ່ຂອງຄະນະພັກ-ອົງການປົກ ຄອງແຂວງ ສົມທົບກັບກະຊວງສາທາລະນະສຸກ ແລະ ອົງການຈັດຕັ້ງສາກົນຕ່າງໆ ໂດຍໄດ້ມີສ່ວນຮ່ວມໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຊົນນະບົດ ເຮັດໃຫ້ວຽກງານສຸຂະອານາໄມ ໄດ້ຮັບການແກ້ໄຂໃຫ້ດີຂຶ້ນ.
ຜ່ານການລົງປະເມີນຂອງຄະນະກຳມະການທີ່ກ່ຽວຂ້ອງຂັ້ນແຂວງ ເຫັນວ່າ: ປັດຈຸບັນ ອັດຕາການຊົມໃຊ້ນ້ຳສະອາດໃນທົ່ວແຂວງ ກວມເອົາ 100%, ການຊົມໃຊ້ວິດຖ່າຍກວມເອົາ 100%, ໄດ້ປະກາດຮັບຮອງບ້ານສາທາລະນະສຸກແບບຢ່າງ ແລະ ບ້ານຢຸດຕິການຖ່າຍຊະຊາຍ ໄດ້ 757 ບ້ານ ເທົ່າກັບ 100% ຂອງຈໍານວນບ້ານທັງໝົດໃນທົ່ວແຂວງ ແລະປະກາດເມືອງຢຸດຕິການຖ່າຍຊະ ຊາຍ ໄດ້ຄົບທັງ 11 ເມືອງ ແລະ1 ນະຄອນ.





