ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດຮັບຮອງວັດສີບຸນເຮືອງ ບ້ານໃຫຍ່ ເປັນມໍຣະດົກທາງດ້ານວັດທະນະທຳລະດັບທ້ອງຖິ່ນຂັ້ນແຂວງ

Nov 1, 2024

ພິທີປະກາດຮັບຮອງວັດສີບຸນເຮືອງ ບ້ານໃຫຍ່ ເປັນມໍຣະດົກທາງດ້ານວັດທະ ນະທຳລະດັບທ້ອງຖິ່ນຂັ້ນແຂວງ ໄດ້ຈັດຂຶ້ນໃນວັນທີ 31 ຕຸລາ 2024 ທີ່ເດີ່ນຫ້ອງການບ້ານໃຫຍ່ ເມືອງໄຊຍະບູລີ ໂດຍການເຂົ້າຮ່ວມຂອງ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ທ່ານ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍຣະດົກ ກະຊວງຖະ ແຫຼງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມ.
ທ່ານ ນາງ ພິລາວັນ ອົງແກ້ວ ຄະນະປະຈຳພັກເມືອງ, ຮອງເຈົ້າ ເມືອງໄຊຍະບູລີ ຂຶ້ນຜ່ານບົດລາຍງານການສ້າງວັດສີບຸນເຮືອງ ບ້ານໃຫຍ່ ເປັນມໍຣະດົກທາງດ້ານວັດທະນະທຳລະດັບທ້ອງຖິ່ນຂັ້ນແຂວງ ຊຶ່ງທ່ານໄດ້ກ່າວວ່າ: ໂດຍປະຕິບັດຕາມກົດ ໝາຍວ່າດ້ວຍມໍຣະດົກແຫ່ງຊາດ (ສະບັບປັບປຸງ) ເລກທີ 38/ສພຊ, ລົງວັນທີ 16 ພະຈິກ 2021 ແຜນງານຍຸດທະສາດຂອງກົມມໍຣະດົກ, ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ 2020-2025 ແລະ ແຜນພັດທະນາວຽກງານຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວຂອງແຂວງໄຊຍະບູລີວາງອອກ.
ຜ່ານການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະເຫັນວ່າບ້ານແມ່ນໄດ້ມີຄວາມເອົາໃຈໃສ່ຢ່າງຕັ້ງໜ້າໃນການບູລະນະປົກປັກຮັກສາວັດ ຖຸພັນຕ່າງໆຢູ່ພາຍໃນວັດໄດ້ເປັນຢ່າງດີ ຊຶ່ງການກະກຽມຄວາມພ້ອມດ້ານຕ່າງໆຂອງວັດໃນການກະ ກຽມປະກາດເປັນມໍຣະດົກທາງດ້ານວັດທະນະທຳລະດັບທ້ອງຖິ່ນຂັ້ນແຂວງ ຮັບຮອງເອົາວັດສີບຸນເຮືອງ ບ້ານໃຫຍ່ ເປັນມໍຣະດົກທາງດ້ານວັດທະນະທຳລະດັບທ້ອງຖິ່ນຂັ້ນແຂວງຕາມຂັ້ນຕອນ.
ຈາກນັ້ນ ຍັງໄດ້ມອບໃບຢັ້ງຢືນການຮັບຮອງວັດສີບຸນເຮືອງເປັນມໍຣະດົກທາງດ້ານວັດທະນະທຳລະດັບທ້ອງຖິ່ນຂັ້ນແຂວງ. ເປັນກຽດມອບໂດຍທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ຮັບໂດຍທ່ານ ເສນ ພັນລັກ ວ່າການເຈົ້າເມືອງໄຊຍະບູລີ.
ຂ່າວ+ພາບ: ຄໍາໝັ້ນ