ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດຮັບຮອງຫຼວງນໍ້າທາ ເປັນແຂວງຍຸດຕິການຖ່າຍຊະຊາຍ

Jan 20, 2025

ພິທີປະກາດຮັບຮອງແຂວງຫຼວງນໍ້າທາ ເປັນແຂວງຍຸດຕິການຖ່າຍຊະຊາຍ ຈັດຂື້ນໃນວັນທີ 17 ມັງກອນ 2025 ຢູ່ທີສະໂມສອນຂອງແຂວງຫຼວງນໍ້າທາ, ມີ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ , ທ່ານ ວຽງສະຫັວດ ສີພັນດອນ ເຈົ້າແຂວງໆຫຼວງນໍ້າທາ, ແຂກຮັບເຊີນ ແລະ ມວນ ຊົນພາຍໃນແຂວງເຂົ້າຮ່ວມ.
ໃນພິທີ ດຣ. ຕຽງສະໜອນ ພອນປະເສີດ ຫົວໜ້າພະ ແນກສາທາລະນະສຸກ ໄດ້ຍົກໃຫ້ຮູ້ເຖິງຄວາມສຳຄັນຂອງວຽກງານຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມເພື່ອຍຸດຕິການຖ່າຍຊະ ຊາຍເຊິ່ງທ່ານໄດ້ກ່າວວ່າ: ສຳລັບ ສປປ ລາວ ໃນປີ 2008-2010 ສູນອະນາໄມສິ່ງແວດລ້ອມ ແລະ ຈັດຫານໍ້າສະອາດ ໂດຍການ ຮ່ວມມືກັບອົງການນໍ້າ ແລະ ອະນາໄມຂອທະນາຄານໂລກ ( WSP) ໄດ້ທົດລອງຈັດຕັ້ງປະຕິບັດຢູ່ແຂວງຈໍາປາສັກ ແລະ ເຊກອງ. ຮອດປີ 2013 ສູນນໍ້ສະອາດ ແລະ ອະນາໄມສິ່ງແວດ ລ້ອມ ກະຊວງສາທາລະນະສຸກ ໄດ້ຮ່ວມມືກັບອົງການຈັດຕັ້ງສາກົນຕ່າງໆ ພັດທະນາຄູ່ມື ເພື່ອເປັນບ່ອນອີງໃຫ້ແກ່ທົ່ວປະ ເທດ ໃນການຈັດຕັ້ງປະຕິບັດ ພ້ອມທັງຈັດຝຶກອົບຮົມການນຳໃຊ້ຢ່າງກວ້າງຂວາງ ໃນ ສປປ ລາວ ໃນການດໍາລົງຊີວິດ.
ໂດຍສະເພາະແມ່ນການຖ່າຍໃສ່ວິດ ເຊີ່ງເປັນການຕັດຕ່ອງໂສ້ເສັ້ນທາງຕິດຕໍ່ຂອງເຊື້ອພະຍາດຕ່າງໆ ເຊັ່ນ: ພະຍາດຖອກທ້ອງ, ແມ່ກາຝາກ, ໂປລີໂອ, ໂລກອະຮິວາ, ການຂາດສານອາຫານໃນເດັກ ແລະ ພະຍາດອື່ນໆ. ສາມາດເຮັດໃຫ້ສະພາບການເຈັບເປັນຂອງປະຊາຊົນ ຫລຸດຜ່ອນລົງເທື່ອລະກ້າວ. ສໍາລັບແຂວງຫຼວງນໍ້າທາ ໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2016 ຢູ່ເມືອງວຽງພູຄາ, ຈໍານວນ 46 ບ້ານ,ຮອດຕົ້ນປີ2019 ສາມາດປະກາດຮັບຮອງ ໄດ້ 10 ບ້ານ ເທົ່າກັບ 21,7% ຂອງຈໍານວນບ້ານພາຍໃນເມືອງ. ໃນທ້າຍປີ 2019 ທ່ານຮອງເຈົ້າແຂວງ ໄດ້ເຂົ້າຮ່ວມກອງປະຊຸມວຽກງານ ຊຈສ ແລະ ໄດ້ເຊັນຮັບຮອງເອົາແຜນການສ້າງ ແລະ ປະກາດຮັບແຂວງຫຼວງນໍ້າທາເປັນແຂວງຢຸດຕິການຖ່າຍຊະຊາຍ ຮ່ວມກັບບັນດາແຂວງໃນຂອບເຂດທົ່ວປະເທດ. ປີ 2020 ປະກາດໄດ້ 21 ບ້ານ ກວມ 6 %, ຮອດປີ 2021 ປະກາດໄດ້ 158 ບ້ານ ກວມ 45 %, ຮອດປີ 2022 ປະກາດໄດ້ 285 ບ້ານ ກວມ 81,19%, ຮອດປີ 2023 ປະກາດໄດ້ 319 ບ້ານ ກວມ 90,88% ມາເຖີງປີ 2024 ປະກາດໄດ້ 351 ບ້ານ ກວມ 100 % ຂອງຈໍານວນບ້ານທັງໝົດ. ສາມາດປະກາດ ແລະ ຮັບຮອງເອົາບັນດາເມືອງທັງ 5 ເມືອງຂອງແຂວງ ເປັນເມືອງຢຸດຕິການຖ່າຍຊະຊາຍ ໃນກາງເດືອນພະຈິກ2024.
ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health