ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດຮັບຮອງເອົາຄະນະບໍລິຫານງານພັກ ວປກ ສະໄໝທີ V

Jan 8, 2025

ພິທີປະກາດຮັບຮອງເອົາຄະນະບໍລິຫານງານພັກ ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ (ວປກ) ສະໄໝທີ V ຈັດຂຶ້ນໃນວັນທີ 8 ມັງກອນ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ ວປກ, ຄະນະນໍາ 43 ຫົວໜ່ວຍ, ອົງການ, ກົມກອງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງໃນທົ່ວ ວປກ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຍົງ ພົມມະລາ ຫົວໜ້າພະແນກແຜນການ-ສັງລວມ ກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ຕາງໜ້າກົມຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບ ຮອງເອົາຄະນະບໍລິຫານງານພັກ ວປກ ສະໄໝທີ V, ຕາມຜົນການເລືອກຕັ້ງຂອງກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ V ອົງຄະນະພັກ ວປກ ໃນວັນທີ 19 ພະຈິກ 2024 ຈໍານວນ 13 ສະຫາຍຄື: 1. ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ, 2. ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ, 3. ສະຫາຍ ພັນເອກ ປອ ສອນທະນູ ແກ້ວໝື່ນເຮືອງ, 4. ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ, 5. ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ, 6. ສະຫາຍ ພັນເອກ ປອ ສີພອນ ພົງສະຫວັດ, 7. ສະຫາຍ ພັນໂທ ປອ ວັນໄຊ ທຸມພະລາ, 8. ສະຫາຍ ພັນເອກ ປອ ສິງ ບຸນນີວົງ, 9. ສະຫາຍ ພັນເອກ ໄຊອຸດອນ ສຸພິດາ, 10. ສະຫາຍ ພັນໂທ ປອ ຄອນສະຫວັນ ພິມມະສອນ, 11. ສະຫາຍ ພັນໂທ ປອ ມະໄລວັນ ປັນຍາສິດ, 12. ສະຫາຍ ພັນໂທ ວັດທະນາ ໄຊບຸນມີ, 13. ສະຫາຍ ພັນໂທ ປອ ໄພທູນ ແກ້ວວົງເພັດ. ໃນນີ້ ຮັບຮອງເອົາຄະນະປະຈຳພັກ ວປກ ສະໄໝທີ V ຈໍານວນ 3 ສະຫາຍ ຄື: 1. ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ, 2. ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ, 3. ສະຫາຍ ພັນເອກ ປອ ສອນທະນູ ແກ້ວໝື່ນເຮືອງ ແລະ ຮັບຮອງເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກ, ປະທານ ແລະ ຮອງປະທານຄະນະກວດກາພັກ ວປກ ສະໄໝທີ V ຄື: 1. ສະຫາຍ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນເລຂາຄະນະບໍລິຫານງານພັກ, 2. ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ເປັນຮອງເລຂາ, ສະຫາຍ ພັນເອກ ປອ ສອນທະນູ ແກ້ວໝື່ນເຮືອງ ເປັນປະທານຄະນະກວດກາພັກ, ສະຫາຍ ພັນຕີ ຈັນສອນ ພຸດທະອິນ ເປັນຮອງປະທານຄະນະກວດກາພັກ, ສະຫາຍ ພັນຕີ ບຸນເຕົາ ວິໄລທອງ ເປັນຮອງປະທານຄະນະກວດກາພັກ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ມີຄໍາເຫັນໂອລົມເນັ້ນໜັກໃຫ້ບັນດາສະຫາຍຄະນະບໍລິຫານງານພັກ ວປກ ຈົ່ງເອົາໃຈໃສ່ເພີ່ມທະວີການນໍາພາຂອງພັກ ແລະ ກໍ່ສ້າງພັກ ໂດຍຖືຄຸນນະພາບເປັນຕົ້ນຕໍ, ກ່ອນອື່ນໝົດ ຕ້ອງຍົກສູງຄຸນນະພາບນໍາພາ ແລະ ແບບແຜນວິທີເຮັດວຽກ ຂອງຄະນະພັກຂັ້ນຕ່າງໆ ກໍຄື ຄວາມເປັນແບບຢ່າງນໍາໜ້າຖັນແຖວສະມາຊິກພັກ, ສູ້ຊົນກໍ່ສ້າງພັກຕາມທິດປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້. ພ້ອມນີ້, ບັນດາສະຫາຍສະມາຊິກພັກ ທຸກສະຫາຍ ກໍ່ຕ້ອງເອົາໃຈໃສ່ປະຕິຕາມຂໍ້ກຳນົດກົດລະບຽບຂອງພັນຢ່າງເຂັ້ມງວດ, ພ້ອມທັງຍົກສູງນໍ້າໃຈຮັກຊາດ ເອກະລາດ ເປັນເຈົ້າຕົນເອງ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ກໍຄືໜ້າທີ່ການເມືອງຂອງກົມກອງໃຫ້ສູງຂື້ນກວ່າເກົ່າ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ V ອົງຄະນະພັກຂອງຕົນ ໃຫ້ເປັນແຜນການອັນລະອຽດ, ເພີ່ມທະວີຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາ, ແບ່ງງານແບ່ງຄວາມຮັບຜິດຊອບພາຍໃນຄະນະພັກຮາກຖານ, ໜ່ວຍພັກຮາກຖານ ກໍ່ຄືສະມາຊິກພັກທຸກສະຫາຍ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກົມກອງໃຫ້ມີຄຸນນະພາບ ແລະ ມີຜົນສຳເລັດສູງ.
ໂດຍ: ບິກໄຊ ສົມພູ