ພີທີປະກາດຮອງຮັບບ້ານນ້ຳທວາຍ ເມືອງຮົ່ມ ເເຂວງໄຊສົມບູນ ເປັນບ້ານວັດ ທະນະທຳແຫ່ງທີ 9 ຂອງເມືອງ ແລະ ບ້ານແບບຢ່າງ ປະຕິບັດກົດໝາຍ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ທີ່ເດີ່ນໂຮງຮຽນປະຖົມບ້ານນໍ້າທວາຍ ໂດຍການເຂົ້າຮ່ວມ ຂອງ ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ ແຂວງ.
ນ້ຳທວາຍ ແມ່ນບ້ານໜຶ່ງໃນຈຳນວນ 9 ບ້ານ ຂອງເມືອງຮົ່ມ ມີ 5 ໜ່ວຍສາ ມັກຄີ, 112 ຄອບຄົວ, ມີພົນລະເມືອງທັງໝົດ 318 ຄົນ ຍິງ 161 ຄົນ, ມີຊົນເຜົ່າດຽວຄືຊົນເຜົ່າມົ້ງ, ມີການຈັດຕັ້ງຄົບຊຸດ, ປະຊາຊົນສ່ວນຫຼາຍຢຶດຖືອາຊີບປູກຝັງ-ລ້ຽງສັດ ເພື່ອສ້າງລາຍຮັບເຂົ້າຄອບຄົວ ໂດຍສະເລ່ຍລາຍຮັບຈາກການປູກຝັງ-ລ້ຽງ ສັດ ສາມາດສ້າງລາຍຮັບໄດ້ 14 ລ້ານກີບ ຕໍ່ຄົນຕໍ່ປີ ສາມາດເຮັດໃຫ້ຊີວິດຂອງປະຊາຊົນດີຂຶ້ນກວ່າເກົ່າ. ຜ່ານການປະເມີນຕາມມາດຖານ ຂອງການສ້າງຄອບຄົວ ເເລະ ບ້ານວັດທະນະທຳແລ້ວ ສາມາດປະເມີນຄອບຄົວວັດທະນະທຳໃດ້ 105 ຄອບ ຄົວ ເທົ່າກັບ 94,2% ເເລະ ບ້ານແບບຢ່າງປະຕິບັດກົດໝາຍ, ສາມາດໄດ້ 95%.
ທ່ານ ທົງສະຫວັນ ໂພສະລາດ ໄດ້ຂຶ້ນມອບໃບຢັ້ງຢືນ ບ້ານວັດທະນະທໍາ ໃຫ້ບ້ານນ້ຳທວາຍ ແລະ ທ່ານ ກົງຄຳ ສຸທຳມະວົງ ໄດ້ຂຶ້ນມອບໃບຢັ້ງຢືນ ບ້ານແບບຢ່າງປະຕິບັດກົດໝາຍ.
(ຂ່າວ: ຈີເຍ່ຍເກັ່ງມົວ ຊົວໂກ້)





