ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດຮັບຮອງເອົາມະຕິສະພາແຫ່ງຊາດ ຈຳນວນ 4 ສະບັບ

Jun 26, 2025

ສະພາແຫ່ງຊາດ ປະກາດຮັບຮອງເອົາມະຕິສະພາແຫ່ງຊາດ ຈໍານວນ 4 ສະບັບໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 26 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ພາຍຫລັງທີ່ຮ່າງມະຕິດັ່ງກ່າວ, ໄດ້ຖືກສະເໜີຕໍ່ກອງປະຊຸມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆປະກອບຄຳຄິດຄຳເຫັນ ແນໃສ່ເຮັດມີເນື້ອໃນຄົບຖ້ວນສົມບູນ, ມີເນື້ອໃນຮັດກຸມ, ຈະແຈ້ງເໝາະກັບສະພາບຕົວຈິງໃນການພັດທະນາເສດຖະກິດ.
ມະຕິສະພາແຫ່ງຊາດປະກາດຮັບຮອງຄັ້ງນີ້, ປະກອບມີ 4 ມະຕິຄື: ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆໃນການພັດທະນາພະລັງງານໄຟຟ້າ; ມະຕິວ່າດ້ວຍການຮັບຮອງເອົາ ບົດລາຍງານກ່ຽວກັບຜົນສະຫລຸບຕີລາຄາການໂຄສະນາກົດໝາຍທົ່ວປະເທດ; ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບ ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; ມະຕິວ່າດ້ວຍການຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການ ຮອດ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.
ທີ່ມາ: ຂປລ
May be an image of 2 people and text