ພິທີປະກາດເລື່ອນຊັ້ນນາຍທະຫານຂັ້ນສູງ ຊັ້ນພົນໂທ ຂຶ້ນພົນເອກ ເເລະ ປະກາດເເຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2026, ຢູ່ທີ່ຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກ, ກຳມາທິການ ປກຊ-ປກສ, ສະພາແຫ່ງຊາດ ແລະ ບັນດາສະຫາຍການນໍາກະຊວງ, ຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງ, ພ້ອມດ້ວຍກົມກອງອ້ອມຂ້າງກະຊວງກະຊວງປ້ອງກັນປະເທດ ແລະບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນ ແລະ ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ເຂົ້າຮ່ວມ.

ສະຫາຍ ດອນ ໄພວົງ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດເເຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພົນໂທ ຂຶ້ນ ຊັ້ນພົນເອກ, ໂດຍອີງຕາມມາດຕາ 68 ຂໍ້ 6 ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບເລກທີ 77/ສພຊ, ລົງວັນທີ 20 ເດືອນມີນາ ປີ 2025; ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018; ຄໍາສະເໜີຂອງ ນາຍົກລັດຖະມົນຕີ ສະບັບເລກທີ 006/ນຍ, ລົງວັນທີ 19 ມັງກອນ 2026, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ອອກລັດຖະດຳລັດ ມາດຕາ 1 ຕົກລົງເລື່ອນຊັ້ນ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ຂຶ້ນຊັ້ນພົນເອກ.

ພ້ອມກັນນີ້ ຍັງໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ໂດຍອີງຕາມກົດໝາຍ ວ່າດ້ວຍນາຍທະຫານກອງ ທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018; ການຕົກລົງໃນກອງປະຊຸມ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 19 ທັນວາ 2025; ການຕົກລົງເຫັນດີຈາກ ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີອອກດຳລັດ, ມາດຕາ 1ຕົກລົງ ແຕ່ງຕັ້ງ ສະຫາຍ ພົນຕີ ກົງທອງ ສຸຂະວົງ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ ບັນດາຜົນງານທີ່ການນໍາກະຊວງປ້ອງກັນປະເທດຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ການນໍາກະຊວງຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ໄດ້ຮັບການເເຕ່ງຕັ້ງໃໝ່ ກໍຄື ພະນັກງານຂັ້ນສູງທົ່ວກອງທັບ ສືບຕໍ່ກຳແໜ້ນແນວທາງນະໂນບາຍຂອງພັກ, ເປັນເຈົ້າການຊີ້ນໍາ-ບັນຊາວຽກງານຂອງຕົນ ກໍຄື ຂອງກອງທັບ, ເອົາໃຈໃສ່ກໍ່ສ້າງພັກໃຫ້ມີວິທະຍາສາດທີ່ທັນສະໄໜ ຕາມທິດຖືຄຸນະພາບເປັນກົກ ແນໃສ່ໃຫ້ພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ປັບປຸງລະບຽບແບບແຜນວິທີການເຮັດວຽກ, ສືບຕໍ່ເປັນຫຼັກແຫຼ່ງໃນການຊີ້ນຳ-ນໍາພາຫັນລົງກໍ່ສ້າງຮາກຖາມການເມືອງ ໃຫ້ມີຄວາມສະຫງົບ, ການປະຕິບັດວຽກງານຕ້ອງປະສານສົບທົບເຊິ່ງກັນ ແລະ ກັນ, ຍົກສູງຄວາມສາມັກຄີພາຍໃນ ແລະ ເພື່ອນມິດຮ່ວມຍຸດທະສາດ ໃຫ້ແນບແໜ້ນ, ສອດຄ່ອງ, ມີປະຊາທິປະໄຕເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ, ສືບຕໍ່ນຳພາ-ຊີ້ພຳ ກອງທັບປະຊາຊົນລາວ ໃຫ້ນັບມື້ເຂັ້ມແຂງ, ກ້າວໜ້າ ແລະ ທັນສະໄໝ, ສາມາດຕອບສະໜອງກັບໜ້າທີ່ການເມືອງຂອງກອງທັບ ໃນໄລຍະໃໝ່.
ຂ່າວ-ພາບ: ສຸກສາຄອນ+ທິດາພອນ


