ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປະກາດການເລື່ອນຊັ້ນ ໃຫ້ນາຍຕໍາຫລວດຂັ້ນສູງ ໃນວັນທີ 2 ເມສາ 2024 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
ໃນພິທີ, ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດຂອງ ປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນນາຍຕຳຫລວດ ຊັ້ນພົນຈັດຕະວາ ຂຶ້ນຊັ້ນພົນຕີ 3 ສະຫາຍ; ເລື່ອນຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ ມີ 10 ສະຫາຍ ແລະ ເລື່ອນຊັ້ນ ພັນໂທ ຂຶ້ນຊັ້ນພັນເອກ ຈຳນວນ 49 ສະຫາຍ, ຍິງ 4 ສະຫາຍ.
ໃນໂອກາດນີ້, ທ່ານ ພົອ ວິໄລ ຫລ້າຄຳຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດານາຍຕຳຫລວດທີ່ໄດ້ຮັບການເລື່ອນຊັ້ນ, ພ້ອມທັງມີຄຳເຫັນໂອ້ລົມວ່າ: ການເລື່ອນຊັ້ນຄັ້ງນີ້, ແມ່ນສະແດງເຖິງຜົນງານ, ຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານການນຳພາ-ບັນຊາວຽກງານ, ຄວາມຮັບຜິດຊອບ, ຄວາມຮູ້ຄວາມສາມາດ, ຄວາມເຂັ້ມແຂງທີ່ບັນດາສະຫາຍ ສາມາດສ້າງໄດ້ຕະຫລອດໄລຍະຜ່ານມາ ເຊິ່ງໃນຕໍ່ໜ້າ, ບັນດາສະຫາຍຈົ່ງເພີ່ມຄວາມເປັນແບບຢ່າງໃນທຸກດ້ານ, ສືບຕໍ່ນຳພາກຳລັງປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ ໃຫ້ສົມຄູ່ກັບຊັ້ນ, ຕຳແໜ່ງທີ່ສູງເດັ່ນຂຶ້ນ.
ຂ່າວ-ພາບ: ສິລິພອນ








