ວັນທີ 21 ກໍລະກົດ 2026 ນີ້ ຢູ່ສະໂມສອນກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ມີພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະກຳມະການ ຄະນະກຳມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ (ປກຊ - ປກສ) ແຂວງຫຼວງພະບາງ, ໂດຍເປັນປະທານຂອງ ສະຫານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງປະທານຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີ ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມດ້ວຍຄະນະນຳ ຫ້ອງການ ປກຊ - ປກສ ສູນກາງ, ບັນດາການນໍາຈາກສູນກາງ, ການນໍາແຂວງ, ກໍາລັງ ປກຊ – ປກສ, ການນໍາພະແນກການອ້ອມຂ້າງແຂວງ, ບັນດາເມືອງ - ນະຄອນຫຼວງພະບາງ ຕະຫຼອດຮອດນາຍ ແລະພົນທະຫານ, ນາຍ ແລະພົນຕຳຫຼວດ ເຂົ້າຮ່ວມ. ພິທີ, ທ່ານ ບຸນເລື່ອມ ມະນີວົງ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ກໍຄືຕາງໜ້າໃຫ້ຄະນະກຳມະທການ ປກຊ – ປກສ ແຂວງຫຼວງພະບາງ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປກຊ – ປກສ ຢູ່ພາຍໃນແຂວງ ໄລຍະຜ່ານມາ ໂດຍສັງເຂບ ຍົກໃຫ້ເຫັນສະພາບລວມໃນການນໍາພາ - ຊີ້ນໍາ, ຜົນງານທີ່ພົ້ນເດັ່ນ ໄດ້ເພີ່ມທະວີບົດບາດການນໍາພາ-ຊີ້ນໍາຂອງຄະນະພັກ 2 ກຳລັງໃຫ້ໜັກແໜ້ນ, ແທດຕົວຈິງ ແລະເດັດຂາດ, ປັບປຸງແບບແຜນນຳພາ, ວິທີເຮັດວຽກ, ນຳພາ, ບັນຊາແທດຕົວຈິງ, ບໍ່ຫ່າງເຫີນກຳລັງ, ບໍ່ຫ່າງເຫີນ ປະຊາຊົນ; ກຳປະຊາຊົນ ແລະຕິດຕາມກຳແໜ້ນ, ຂຶ້ນບັນຊີບັນດາເປົ້າໝາຍ ເຄື່ອນໄຫວລີ້ຊ່ອນ, ແຊກຊືມຢູ່ຮາກຖານ ທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອປ້ອງກັນສະກັດກັ້ນແກ້ໄຂທັນເວລາ; ໄດ້ປະສານ ສົມທົບກັບເພື່ອນຮ່ວມງານ ແລະໄດ້ຮ່ວມມືກັບກອງບັນຊາການ ປກຊ-ປກສ ຂອງ ສສ ຫວຽດນາມ ແລະ ສປ ຈີນ ໃນການຕິດຕາມ, ກວດກາການເຄື່ອນໄຫວຂອງຊາວຕ່າງປະເທດເຄື່ອນໄຫວລະເມີດລະບຽບກົດ ໝາຍທັງໝົດ 19 ກໍລະນີ, ມີ 67 ລາຍ, ຜູ້ຖືກຫາ 404 ຄົນ, ຍິງ 22 ຄົນ, ບັນຫາທີພົ້ນເດັ່ນແມ່ນລັກ ແຕ່ງດອງ ຢູ່ກິນກັບຍິງສາວລາວແບບຜົວເມຍໂດຍບໍ່ໄດ້ຈົດທະບຽນແຕ່ງດອງຢ່າງຖືກຕ້ອງ, ໄດ້ສະກັດກັ້ນແກ້ ໄຂຈັບກຸ່ມ, ຍຶດຊັບກຸ່ມແກ້ງສະແກມເມີ ສໍ້ໂກງທາງລະບົບໂທລະຄົມ (ຕອບແຊັດ) ໄດ້ຈຳນວນ 87 ຄົນ, ພ້ອມຂອງກາງຈຳນວນໜຶ່ງ; ບັນຫາອຸປະຕິເຫດເກີດຂຶ້ນ 274 ລາຍ, ໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງແຂງແຮງ ສາມາດມ້າງກຸ່ມແກ້ງຄ້າຂາຍຢາເສບຕິດໄດ້ 85 ລາຍ, ກັກຕົວຜູ້ຖືກຫາ 117 ຄົນ, ຍິງ 15 ຄົນ, ຕ່າງປະເທດມີ 08 ກໍລະນີ, ຜູ້ຖືກຫາ 08 ຄົນ; ໄດ້ດໍາເນີນຄະດີຕໍ່ຜູ້ກະທຳຜິດທາງອາຍາ ຈຳນວນ 255 ລາຍ, ຜູ້ຖືກຫາ 264 ຄົນ, ຍິງ 14 ຄົນ; ພົ້ນເດັ່ນ ແມ່ນການລັກຊັບ, ການສໍ້ໂກງຊັບ (ທາງອອນລາຍຄໍເຊິນເຕີ), ຄ້າມະນຸດ ແລະບັນຫາອື່ນໆ. ຈາກນັ້ນ,

ສະຫາຍ ພົນຈັດຕະວາ ຈິດຖະໜອມ ບຸນເລີດ ຮອງຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ, ໄດ້ຂື້ນຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ຊຶ່ງປະກອບ ມີ: ສະຫາຍ ບຸນເລື່ອມ ມະນີວົງ ເປັນປະທານ, ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເປັນຮອງປະທານ, ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ເປັນຮອງປະທານ, ທັງເປັນຜູ້ປະຈຳການ, ສະຫາຍ ພົນຈັດຕະວາ ຕຸຊົງ ປັດໃຈ ເປັນຮອງປະທານ, ສະຫາຍ ຄຳຫຼ້າ ລຽນປະດິດ ເປັນກຳມະການ, ສະຫາຍ ຈິນດາວົງ ໂພສີຄຳ ເປັນກຳມະການ, ສະຫາຍ ຄິນຄໍາ ເລັ່ງສະຫວັດ ເປັນກຳມະການ, ສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ເປັນກຳມະການ, ສະຫາຍ ພັນໂທ ໄມທົນ ຈັນດາລາ ເປັນກຳມະການ.
ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ມອບມະຕິຕົກລົງ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ, ພ້ອມທັງ ມີຄໍາເຫັນໂອ້ລົມ ຍົກໃຫ້ເຫັນຄວາມສຳຄັນ ຕໍ່ການແຕ່ງຕັ້ງ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຊີ່ງເປັນວຽກງານທີ່ພັກໄດ້ຍົກສູງໃຫ້ເປັນວຽກງານຍຸດທະສາດທີ່ສຳຄັນ ນັບແຕ່ສູນກາງລົງຮອດທ້ອງຖີ່ນ, ເປັນວຽກງານທີ່ຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖີ່ນ ກໍ່ຄືຂອງລັດຖະບານ, ພ້ອມນັ້ນທ່ານໄດ້ເນັ້ນໃຫ້ຄະນະກຳມະການທີ່ໄດ້ຮັບການແຕ່ງຕັ້ງ ພ້ອມກັນເອົາໃຈໃສ່ຜັນຂະຫຍາຍບັນດາທິດທາງຄາດໝາຍທີ່ວາງໄວ້ໃຫ້ມີຜົນສຳເລັດ ຮັບປະກັນເຮັດໃຫ້ທົ່ວແຂວງມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ.
ຂ່າວ: ອາພຸດເດດ ບຸບຜາ ພາບ: ທະນູສີນ ອິດທິພົນ


