ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 26 ພຶດສະພາ 2023 ທີ່ສານປະຊາຊົນສູງສຸດ ຈຶ່ງໄດ້ຈັດພິທີປະກາດແຕ່ງຕັ້ຜູ້ຊ່ວຍ ຜູ້ພິພາກສາ ເປັນຜູ້ພິພາກ ສາ ຊັ້ນໜຶ່ງ , ໃຫ້ກ່ຽດມອບ ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຜູ້ພິພາກສາ ຊັ້ນໜຶ່ງ ໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຫົວໜ້າກົມ ຮອງກົມ ,ຫົວໜ້າ ຮອງຫົວໜ້າຄະນະສານ ເຂົ້າຮ່ວມ.
ຄະນະຮັບຜິດຊອບ ພິທີ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຜູ້ພິພາກສາ ຊັ້ນໜຶ່ງ ດັ່ງນີ້: ແຕ່ງຕັ້ຜູ້ຊ່ວຍ ຜູ້ພິພາກສາ ສານປະຊາຊົນສູງສຸດ ເປັນຜູ້ພິພາກສາຊັ້ນ ໜຶ່ງ ສານປະຊາຊົນສູງສຸດ ຈຳນວນ 12 ທ່ານ ; ແຕ່ງຕັ້ງຜູ້ຊ່ວຍ ຜູ້ພິພາກສາ ສານປະຊາ ຊົນ ພາກກາງ ເປັນຜູ້ພິພາກສາຊັ້ນ ໜຶ່ງ ສານປະຊາຊົນ ພາກກາງ ຈຳນວນ 8 ທ່ານ ; ແຕ່ງຕັ້ຜູ້ຊ່ວຍ ຜູ້ພິພາກສາ ສານປະຊາຊົນ ແຂວງ ຜົ້ງສາລີ ເປັນຜູ້ພິພາກ ສາຊັ້ນ ໜຶ່ງ ສານປະຊາຊົນ ແຂວງ ຜົ້ງສາລີ ຈຳນວນ 2 ທ່ານ ;ແຕ່ງຕັ້ງຜູ່ຊ່ວຍ ຜູ້ພິພາກສາ ສານທະຫານພາກເໜືອ ເປັນຜູ້ພິພາກສາຊັ້ນ ໜຶ່ງ ສານທະຫານພາກ
ເໜືອ ຈຳນວນ 3 ທ່່ານ ; ແຕ່ງຕັ້ຜູ້ຊ່ວຍ ຜູ້ພິພາກສາ ສານທະຫານພາກໃຕ້ ເປັນຜູ່ພິພາກສາຊັ້ນ ໜຶ່ງ ສານທະຫານພາກໃຕ້ ຈຳນວນ 1 ທ່ານ; ແຕ່ງຕັ້ງຜູ້ຊ່ວຍ ຜູ້ພິພາກສາ ສານທະຫານຂັ້ນສູງ ເປັນຜູ້ພິພາກສາ ສານທະຫານຂັ້ນສູງ ຈຳນວນ 2 ທ່ານ.
ໃນພິທີ ທີ່ມີຄວາມໝາຍສຳຄັນດັ່ງກ່າວ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ໂອ້ລົມໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ເປັນຜູ້ພິພາກສາຊັ້ນໜຶ່ງຕ້ອງໄດ້ເອົາໃຈໃສ່ຕື່ມບາງບັນຫາດັ່ງນີ້:
ໃຫ້ສຶບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານແນວຄິດ ຄຸນທາດການເມືອງ ຄຸນສົມບັດສິນທຳປະຕິບັດ ຈັນຍາບັນ-ຈັນຍາທຳ ໄປຄວບຄູ່ກັບການສ້າງຄວາມຮູ້ – ຄວາມສາມາດ ທາງດ້ານວຽກງານວິຊາສະເພາະໃຫ້ເຂັ້ມແຂງ ຕ້ອງເຂົ້າລົບລັດຖະທຳມະນູນ ກົດໝາຍ ແລະ ນະໂຍບາຍຂອງລັດ ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ ບຸກຄົນຮັບຜິດຊອບ ສຽງສ່ວນໜ້ອຍ ຂຶ້ນກັບສຽງສ່ວນຫຼາຍ ບຸກຄົນຂຶ້ນກັບການຈັດຕັ້ງ ຂັ້ນລຸ່ມຂຶ້ນກັບຂັ້ນເທິ່ງ ແລະ ຕ້ອງເອົາໃຈໃສປະຕິບັດກົດໝາຍ ວ່າດ້ວຍຜູ່ພິພາກສາຢ່າງເຂັ້ມງວດ ເພື່ອສ້າງເງື່ອນໄຂໃຫ້ສາມາດເລື່ອນຂຶ້ນ ຊັ້ນທີ່ສູງກວ່າ ແລະ ໃຫ້ກາຍເປັນຜູ່ພິພາກສາ ດີ-ເກັ່ງ ແລະ ອີກດ້ານໜຶ່ງໃຫ້ພ້ອມກັນເອົາໃຈໃສຕື່ມ ເປັນຕົ້ນແມ່ນຕ້ອງໄດ້ສ້າງແຜນພິຈາລະນາຄົ້ນຄວ້າຄະດີໃຫ້ມີຄວາມຊັດເຈນ ເພື່ອສາມາດບໍລິຫານຄະດີໄດ້ຢ່າງເປັນລະບົບ , ສ້່າງເງື່ອນໄຂຮັບປະກັນໃຫ້ໂຈດ ຈຳເລີຍ ຫຼື ບຸກຄົນທີ່ສາມ (ຖ້າມີ) ໄດ້ມີການໂຕ້ແຍ່ງທຸກໆຂໍ້ສະເໜີ ຂໍ້ມູນຫຼັກຖານ ໃຫ້ລະອຽດ ຄົບຖ້ວນ ຈະແຈ້ງ ,ຮັບປະກັນໃຫ້ໂຈດ ຈຳເລີຍ ຫຼື ບຸກຄົນທີ່ສາມ ຕ້ອງເຂົ້າຮ່ວມປະຊຸມສານ ເພື່ອສະເໜີຂໍ້ມູນຫຼັກຖານ ຫຼື ຊີ້ແຈງ ແລະ ໂຕ້ຖຽງໃນທີ່ປະຊຸມສານຢ່າງໝົດຈິດໝົດໃຈ ຕາມລະບຽບການປະຊຸມສານທີ່ກຳນົດໄວ້ໃນກົດໝາຍ , ຖືເອົາຜົນຂອງການໂຕ້ແຍ່ງ ໂຕ້ຖຽງ ເປັນບ່ອນອີງໃນການວິນິດໄສ ໃຫ້ເຫດຜົນ ຊີ້ແຈງ ຕໍ່ຂໍ້ສະເໜີ ຂໍ້ມູນຫຼັກຖານຂອງໂຈດ ຈຳເລີຍ ຫຼື ບຸກຄົນທີ່ສາມໃຫ້ລະອຽດ ຈະແຈ້ງ ແລະ ຄົບຖ້ວນທຸກປະເດັນ , ສົ່ງເສີມໃຫ້ທະນາຍຄວາມເຂົ້າຮ່ວມໃນການດຳເນີນຄະດີຢູ່ສານໃຫ້ຫຼາຍເພື່ອປົກປ້ອງສິດຜົນປະໂຫຍດຂອງຄູ່ຄວາມຕາມກົດໝາຍ ແລະ ຊ່ວຍປະກອບຂໍ້ມູນຫຼັກຖານ ຊີ້ແຈງທາງດ້ານກົດໝາຍ ແລະ ຄວາມເປັນຈິງກ່ຽວກັບຄະດີຂອງສານ.