ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດແຕ່ງຕັ້ງ ທ່ານ ດວງໃຈ ພົມມີໄຊ ເປັນຮັກສາການເຈົ້າເມືອງ ວຽງທອງ

Mar 14, 2025

ໃນວັນທີ 13 ມີນາ 2025 ນີ້, ຢູ່ທີ່ຫ້ອງປະຊຸມຊັ້ນ III ສຳນັກງານປົກຄອງເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮັກສາການເຈົ້າເມືອງ ແລະ ຮັກສາການຮອງເຈົ້າເມືອງ ວຽງທອງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນສົງ ເພັດຈະເລີນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະບໍລິຫານງານພັກເມືອງ, ການນໍາຂອງແຂວງ, ເມືອງ, ພະນັກງານລົງກໍ່ສ້າງຮາກຖານແຂວງ ປະຈຳເມືອງ ແລະ ເລຂາຄະນະພັກຮາກຖານກຸ່ມບ້ານ ພ້ອມດ້ວຍນາຍບ້ານອ້ອມຂ້າງເທດສະບານເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ອຸທິດ ແກ້ວລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ບໍລິຄຳໄຊ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກເມືອງວຽງທອງ ແລະ ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ບໍລິຄຳໄຊ ວ່າດ້ວຍການແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງວຽງທອງ ເຊິ່ງໄດ້ເຫັນດີແຕ່ງຕັ້ງ ທ່ານ ດວງໃຈ ພົມມີໄຊ ເປັນຮັກສາການເຈົ້າເມືອງ, ທ່ານ ທອງລິດ ສິດທິອຳພາ ເປັນຮັກສາການ ຮອງເຈົ້າເມືອງ.
ຂ່າວ-ພາບ: ທອງວັນດີ