ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ

Jan 7, 2025

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຕາງໜ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກລັດແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າສູນ, ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກ ເຂົ້າຮ່ວມ.
ທ່ານ ຄຳຜຸຍ ຈັນທະວະດີ ຮອງຫົວໜ້າຄະນະຈັດຕັັ້ງແຂວງ ໄດ້ຂຶ້ນຜ່ານຂໍໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການແຕ່ງຕັັ້ງ ທ່ານ ບຸນເສັງ ພິລາວັນ ຫົວໜ້າຂະແໜງສະຖິຕິແຜນການ ພົວພັນຮ່ວມມື ແລະ ພັດທະນາ ຊັບພະຍາກອນມະນຸດ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ມີນາ ຈັນມະນີ ຫົວໜ້າຂະແໜງກວດກາ ປະເມີນຜົນ ແລະປະກັນຄຸນນະພາບ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ແລະທ່ານ ອ່ອນຈັນ ແສງຄໍາ ຮອງອໍານວຍການ ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ.
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຍິນດີ ຕໍ່ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜູ້ໃໝ່ ທັງຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ ຈົ່ງຮ່ວມມືກັນເອົາໃຈໃສ່ພັດທະນາວຽກງານການສຶກສາ ແລະ ກິລາ ໂດຍສະເພາະສຸມໃສ່ບັນດາຕົວຊີ້ວັດ ຂະແໜງການສຶກສາທີ່ສະພາປະຊາຊົນໄດ້ຮັບຮອງໄວ້ ໃຫ້ບັນລຸຕາມຄາດໝາຍແຜນການທີ່ວາງໄວ້ ແລະ ພ້ອມກັນພັດທະນາຄຸນນະພາບການຮຽນການສອນໃຫ້ໄດ້ຄຸນນະພາບ, ຊຸກຍູ້ສົ່ງເສີມ ໃຫ້ລູກຫຼານໄດ້ເຂົ້າຮຽນຫຼາຍຂຶ້ນ, ສຸມໃສ່ການຫັນປ່ຽນປະຕິຮູບການສຶກສາໃຫ້ດີຂຶ້ນ, ຊອກຫາວິທີແກ້ໄຂບັນດາບັນຫາຄົງຄ້າງ ເພື່ອເຮັດໃຫ້ວຽກງານການສຶກສາ ແລະ ກິລາ ນັບມື້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.
ໂດຍ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼວງພະບາງ