ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດໄຊສົມບູນ ເປັນແຂວງຢຸດຕິການຖ່າຍຊະຊາຍ

Oct 10, 2024

ວັນທີ 8 ຕຸລາ 2024, ໄດ້ຈັດພິທີປະກາດ-ຮັບຮອງໄຊສົມບູນ ເປັນແຂວງຢຸດຕິການຖ່າຍຊະຊາຍ ແຂວງທີ X ຂອງ ສປປ ລາວ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕິກະຊວງສາທາລະນະສຸກ, ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.
ໃນພິທີ, ໄດ້ຮັບຟັງການຜ່ານຂໍ້ຕົກລົງອະນຸມັດໃຫ້ແຂວງໄຊສົມບູນ ເປັນແຂວງຢຸດຕິການຖ່າຍຊະຊາຍ, ພ້ອມທັງຮັບຟັງບົດລາຍງານຜົນສຳເລັດການຈັດຕັ້ງປະຕິບັດວຽກງານ ຢຸດຕິການຖ່າຍຊະຊາຍ ຊຶ່ງແຂວງໄຊສົມບູນປະກອບມີ 5 ເມືອງ ມີ 89 ບ້ານ ມີປະຊາກອນທັງໝົດ 103.508 ຄົນ, ຍິງ 49.888 ຄົນ, ມີ 17.549 ຄົວເຮືອນ, ມີ 17.676 ຄອບຄົວ, ມີລາຍໄດ້ສະເລ່ຍ 24.9 ລ້ານກີບ/ຄົນ/ປີ. ແຂວງໄຊສົມບູນໄດ້ຈັດຕັ້ງປະຕິບັດວຽກງານຢຸດຕິການຖ່າຍຊະຊາຍໃນໄລຍະ 5 ປີທີ່ຜ່ານມາ ຊຶ່ງໄດ້ຈັດຕັ້ງປະຕິບັດໃນ 3 ຂັ້ນຕອນຄື: ການກະກຽມ, ການເກັບກຳ ແລະ ວິເຄາະວິໄຈຂໍ້ມູນ; ການກວດກາ, ຕິດຕາມຊຸກຍູ້ ແລະ ປະເມີນຜົນທັງ 3 ຂັ້ນຕອນນີ້ ເຫັນວ່າແຂວງໄຊສົມບູນສາມາດປະຕິບັດໄດ້ 100%.
ໂອກາດດຽວກັນນີ້, ໄດ້ມີພິທີມອບໃບຢັ້ງຢືນ ແຂວງໄຊສົມບູນ ເປັນແຂວງຢຸດຕິການຖ່າຍຊະຊາຍ ພ້ອມທັງມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນດີເດັ່ນ ຕື່ມອີກ.
ຂ່າວ: ແກ່ນຈັນ ທຳມະນີ