ເພື່ອອໍານວຍຄວາມສະດວກໃຫ້ຜູ້ໂດຍສານສາມາດວາງແຜນການເດີນທາງໄດ້ລ່ວງໜ້າ, ນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຈະໄດ້ຂະຫຍາຍໄລຍະເວລາການຈອງປີ້ລົດໄຟລ່ວງຫນ້າອອກໄປ ຈາກ 4 ວັນ ເປັນ 7 ວັນ.
ທ່ານຜູ້ໂດຍສານ ສາມາດຈອງ ຫຼື ຊື້ປີ້ລົດໄຟໄດ້ລ່ວງໜ້າຜ່ານແອັບຂາຍປີ້ອອນໄລ LCR Tickets ແລະ ຫ້ອງຂາຍປີ້ປະຈຳແຕ່ລະສະຖານີ ຫຼື ຈູດຂາຍປີ້ທົ່ວໄປ, ໂດຍໃຊ້ບັດປະຈຳໂຕ, ໜັງສືເດີນທາງ ແລະ ສຳມະໂນຄົວ.
ຂໍຂອບໃຈທີ່ທ່ານໃຫ້ການສະໜັບສະໜູນ ແລະ ນຳໃຊ້ທາງລົດໄຟລາວ-ຈີນ



