ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດ ບ້ານນາຕີ ເປັນບ້ານວັດທະນະທຳ ແຫ່ງທີ 9 ຂອງເມືອງລ້ອງແຈ້ງ.

Jan 23, 2025

ພິທີ ປະກາດຮັບຮອງບ້ານນາຕີ ເປັນບ້ານວັດທະນະທໍາ ແຫ່ງທີ 9 ຂອງເມືອງລ້ອງແຈ້ງ ແຂວງໄຊສົມບູນ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ມັງກອນ 2025 ນີ້ ທີ່ເດີ່ນບ້ານນາຕີ ໂດຍການເຂົ້າຮ່ວມຂອງທ່ານ ຕົ່ງມົວ, ຮອງເຈົ້າແຂວງໄຊສົມບູນ,.
ບ້ານນາຕີ ຫ່າງຈາກເທດສະບານ ເມືອງລ້ອງແຈ້ງ ໄປທາງຕາທິດເວັນອອກ 92 ກິໂລແມັດ, ເປັນເສັ້ນທາງດິນແດງສາມາດທຽວໄດ້ສອງລະດູ ມີເນື້ອທີ່ຄຸ້ມຄອງທັງໝົດ 1,186 ເຮັກຕາ ພື້ນທີ່ສ່ວນຫຼາຍເປັນພູຜາສູງຊັນ ປະກອບມີ 08 ໜ່ວຍ ສາມັກຄີມີ 03 ຊົນເຜົ່າ ຢູ່ຮ່ວມກັນຄື: ເຜົ່າລາວ, ເຜົ່າກຶມມຸ ແລະ ເຜົ່າມົ້ງ, ມີປະຊາກອນທັງໝົດ 900 ກວ່າຄົນ ຊຶ່ງ ປະຊາຊົນສ່ວນຫຼາຍຢຶດຖືການປູກຝັງ-ລ້ຽງສັດ ເປັນອາຊີບຕົ້ນຕໍ ແລະ ຄ້າຂາຍ ເປັນອາຊີບສໍາຮອງ ໂດຍບ້ານມີເນື້ອທີ່ທຳການຜະລິດ 164 ເຮັກຕາ ສາມາດຜະລິດເຂົ້າໄດ້ທັງໝົດ 2,5 ໂຕນຕໍ່ເຮັກຕາ, ເນື້ອທີ່ໄຮ່ 27 ເຮັກຕາ ສາມາດຜະລິດເຂົ້າໄດ້ທັງໝົດ 2,5 ໂຕນ ຕໍ່ເຮັກຕາ ສະເລ່ຍ 436 ກິໂລກຼາມຕໍ່ຄົນຕໍ່ປີ ສາມາດກຸ້ມກິນ, ບ້ານນາຕີ ມີ ງົວຄວາຍທັງໝົດ 1,200 ໂຕ, ໝູ-ແບ້ 250 ໂຕ, ສັດປີກ 4,500 ໂຕ, ມີໜອງປາ 08 ໜອງ, ປ່ອຍປາແລ້ວ 300 ໂຕ ຜ່ານການສ້າງເສດຖະກິດການເປັນຢູ່ຂອງແຕ່ລະຄອບຄົວເຫັນວ່າດີຂຶ້ນເລື້ອຍໆ ທັງຮັກສາໄດ້ຮີດຄອງປະເພນີຂອງບັນດາເຜົ່າ ໄດ້ຢ່າງໝັ້ນຄົງ ແລະ ໄດ້ພ້ອມກັນປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄືຂອງເມືອງ ແລະ ບ້ານຂອງຕົນ ໄດ້ເປັນຢ່າງດີ.
ໂຝທ່ານ ຕົ່ງມົວ ຊົວໂກ້ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບສ້າງບ້ານວັດທະນະທໍາ ຕະຫຼອດຮອດອໍານາດການປົກຄອງ ແລະ ປະຊາ ຊົນ ພາຍໃນບ້ານ ທີ່ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດວຽກ ງານ ຢ່າງຮອບດ້ານ ຈົນສາມາດໄດ້ຮັບຜົນສໍາເລັດ.
ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງ ແລະ ປະຊາຊົນບ້ານດັ່ງກ່າວ ຈົ່ງເອົາໃຈໃສ່ປົກປັກຮັກສານາມມະຍົດບ້ານວັດທະນະທໍານີ້ ໃຫ້ຢູ່ຄຽງຄູ່ກັບບ້ານຕະຫຼອດໄປ ພ້ອມທັງສຸມໃສ່ຈັດຕັ້ງປະຕິບັດແຜນການ ສ້າງໃຫ້ບ້ານຂອງຕົນ ໃຫ້ກາຍເປັນບ້ານພັດທະນາໃນຕໍ່ໜ້າ.
ຂ່າວ: ສາຍພິນ ນອງສະຫວັນ