ບັນຍາກາດມື້ເລືອກຕັ້ງທົ່ວປະເທດໃນວັນທີ 22 ກຸມພາ 2026 ເວົ້າລວມ, ເວົ້າສະເພາະຢູ່ແຂວງຄຳມ່ວນແມ່ນມີຄວາມຄຶກຄື້ນ ປະຊາຊົນຜູ້ມີສິດເລືອກຕັ້ງທັງຍິງ ແລະ ຊາຍນັບແຕ່ອາຍຸ 18 ປີຂຶ້ນໄປໄດ້ເອົາໃຈໃສ່ປະຕິບັດພັນທະ ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນດ້ວຍຄວາມເປັນເຈົ້າການ ຄືປາງບຸນໃຫຍ່ທ່າມກາງສະພາບອາກາດທີ່ເອື້ອອຳນວຍ, ຄຽງຄູ່ກັບຄວາມເປັນລະບຽບຮຽບຮ້ອຍ
ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນມີຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ຈຳນວນທັງໝົດ 14 ທ່ານ ຍິງ 3 ທ່ານ. ໃນນັ້ນ, ເລືອກເອົາ 10 ທ່ານ. ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຂ ຊຸດທີ V ມີຈຳນວນທັງໝົດ 70 ທ່ານ ຍິງ 23 ທ່ານ. ໃນນັ້ນ, ເລືອກເອົາ 50 ທ່ານ. ພົນລະເມືອງທົ່ວແຂວງມີ 462,137 ຄົນ ຍິງ 230,888 ຄົນ. ໃນນີ້, ຜູ້ມີສິດປ່ອນບັດທັງໝົດ 296,137 ຄົນ ຍິງ 149,036 ຄົນ, ມີ 396 ໜ່ວຍປ່ອນບັດ.

ສະເພາະໜ່ວຍປ່ອນບັດຈຸດທີ 1 ບ້ານນາບົງ ເມືອງທ່າແຂກມີ ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກ ພ້ອມດ້ວຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກແຂວງຄຳມ່ວນ, ຜູ້ສະໝັກນໍ້າເບີ 2 , ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ທ່ານ ປອ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຜູ້ສະໝັກນໍ້າເບີ 5 ແລະ ຜູ້ສະໝັກນໍ້າເບີ 8, ຜູ້ສະໝັກນໍ້າເບີ 11, ນໍ້າເບີ 12 ແລະ ທ່ານ ຄໍາໜັ້ນ ສໍປະເສີດ ຜູ້ສະໝັກ ສສຂ ນໍ້າເບີ 1 ກໍໄດ້ໃຫ້ກຽດໄປໃຊ້ສິດຂອງຕົນ. ໜ່ວຍປ່ອນບັດທີ 1 ບ້ານ ນາບົງ ມີພົນລະເມືອງທັງໝົດ 1,749 ຄົນ ຍິງ 880 ຄົນ, ຜູ້ມີສິດປ່ອນບັດ 948 ຄົນ ຍິງ 540 ຄົນ.

ສ່ວນໜ່ວຍປ່ອນບັດຈຸດທີ 2 ບ້ານໂພນສະອາດມີ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ສະໝັກນໍ້າເບີ 1 ພ້ອມດ້ວຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຜູ້ສະໝັກນໍ້າເບີ 3, ທ່ານ ພູທອນ ວໍລະເພັດ ຜູ້ສະໝັກນໍ້າເບີ 4 ແລະ ຜູ້ສະໝັກນໍ້າເບີ 6, ນໍ້າເບີ 7, ນໍ້າເບີ 10 ແລະ ເບີ 14 ກໍໄດ້ໃກ້ກຽດໄປໃຊ້ສິດຂອງຕົນ. ໜ່ວຍປ່ອນບັດທີ 2 ບ້ານໂພນສະອາດ ມີພົນລະເມືອງທັງໝົດ 3,710 ຄົນ ຍິງ 1,777 ຄົນ, ຜູ້ມີສິດປ່ອນບັດ 2,719 ຄົນ ຍິງ 1,239 ຄົນ, ໂດຍລວມແລ້ວ ເມືອງທ່າແຂກມີ 91 ບ້ານ, ມີພົນລະເມືອງ 107,409 ຄົນ ຍິງ 53,008 ຄົນ, ຜູ້ມີສິດປ່ອນບັດມີໜ້າຕົວຈິງ 71,596 ຄົນ ຍິງ 35,588 ຄົນ, ມີ 70 ຈຸດໜ່ວຍປ່ອນບັດ.
ຂ່າວ: ມະນີວັນ


