ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສ້າງຂະບວນການກະກຽມໃຫ້ແກ່ການເລືອກຕັ້ງ, ຢູ່ທີ່ສະໂມສອນບ້ານເມືອງງາ, ເມືອງງາ ແຂວງອຸດົມໄຊ ໄດ້ຈັດພິທີໂຄສະນາຫາສຽງ ຂອງບັນດາຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ປະຈຳເຂດເລືອກຕັ້ງເມືອງງາ ຂຶ້ນໃນວັນທີ 6 ກຸມພາ 2026ນີ້.
ການເຄື່ອນໄຫວພົບປະຫາສຽງໃນຄັ້ງນີ້, ນຳໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ສໍາລັບຄະນະຜູ້ສະໝັກ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 4 (ແຂວງອຸດົມໄຊ) ທີ່ລົງມາເຄື່ອນໄຫວໃນຄັ້ງນີ້ ມີຈຳນວນ 6 ທ່ານ ຍິງ 2 ທ່ານ ຈາກຈຳນວນຜູ້ສະໝັກທັງໝົດ 11 ທ່ານ ແລະ ຜູ້ສະໝັກ ສສຂ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງງາ ມີຈຳນວນ 7 ທ່ານ ຍິງ 3 ທ່ານ. ໂດຍພິທີໄດ້ຮັບກຽດເຂົ້າຮ່ວມຈາກອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ອ້າຍນ້ອງຊາວໜຸ່ມ ພາຍໃນບ້ານເມືອງງາ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນວາລະຂອງການໂຄສະນາຫາສຽງ, ບັນດາຜູ້ສະໝັກທີ່ໄດ້ລົງມາພົບປະກັບພໍ່ແມ່ປະຊາຊົນ ໄດ້ຜັດປ່ຽນກັນຂຶ້ນຜ່ານຊີວະປະຫວັດຫຍໍ້, ຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ແຜນການເຄື່ອນ ໄຫວວຽກງານໃນຕໍ່ໜ້າ (ວິໄສທັດ) ຂອງຕົນເອງ. ພ້ອມດຽວກັນນັ້ນ, ທາງຄະນະທີມງານ ຍັງໄດ້ຕາງໜ້າຜ່ານຊີວະປະຫວັດ ແລະ ຂໍ້ມູນສຳຄັນ ຂອງຜູ້ສະໝັກ ສສຊ ທ່ານອື່ນໆ ທີ່ໄດ້ແບ່ງກຸ່ມລົງເຄຶ່ອນໄຫວໃນຈຸດອື່ນ ເພື່ອຮັບປະກັນໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂອງຜູ້ສະໝັກທຸກໆທ່ານຢ່າງຄົບຖ້ວນ ແລະ ໂປ່ງໃສ ກ່ອນການຕັດສິນໃຈປ່ອນບັດເລືອກຕັ້ງ.
ບັນຍາກາດພາຍໃນພິທີຫາສຽງ ແມ່ນເຕັມໄປດ້ວຍຄວາມສ້າງສັນ ແລະ ໃກ້ຊິດ, ໂດຍພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ມີການປະກອບຄຳຄິດເຫັນ ແລະ ສະເໜີບັນຫາຕ່າງໆຢ່າງກົງໄປກົງມາ ຕໍ່ກັບບັນດາຜູ້ສະໝັກ ເພື່ອເປັນຂໍ້ມູນໃນການນຳໄປພິຈາລະນາ ແລະ ຊຸກຍູ້ແກ້ໄຂ ເມື່ອໄດ້ຮັບການເລືອກຕັ້ງ. ບັນຫາທີ່ປະຊາຊົນຍົກຂຶ້ນມາສະເໜີ ສ່ວນໃຫຍ່ແມ່ນເນັ້ນໃສ່ການພັດທະນາພື້ນຖານໂຄງລ່າງຂອງບ້ານເມືອງ ເຊັ່ນ: ການປັບປຸງເສັ້ນທາງຄົມມະນາຄົມລະຫວ່າງບ້ານຕໍ່ບ້ານ ໃຫ້ສາມາດທຽວໄດ້ສະດວກທັງສອງລະດູ, ການຂະຫຍາຍຕາຂ່າຍໄຟຟ້າ, ລະບົບນ້ຳລິນເພື່ອການບໍລິໂພກ, ລວມໄປເຖິງການຊອກຫາຕະຫຼາດຮອງຮັບຜົນຜະລິດກະສິກຳ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ.
ໃນຕອນທ້າຍ, ຕາງໜ້າຜູ້ສະໝັກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ຮັບເອົາຂໍ້ສະເໜີທຸກຢ່າງໄວ້ໃນແຜນວຽກ ເພື່ອເປັນກະບອກສຽງນຳສະເໜີຕໍ່ພັກ-ລັດ ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງທຸກທ່ານ ພ້ອມພຽງກັນອອກໄປໃຊ້ສິດປ່ອນບັດເລືອກຕັ້ງ ໃຫ້ຄົບຖ້ວນຕາມວັນ ແລະ ເວລາ ທີ່ໄດ້ກຳນົດໄວ້.
ຂ່າວ: ແສງອາທິດ


