ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຈາກສະພາບຝົນຕົກໜັກຕິດຕໍ່ກັນ ຢູ່ນະຄອນຫຼວງວຽງຈັນ ໃນຫລາຍມື້ຜ່ານມາ ເຮັດໃຫ້ມີສະພາບນ້ຳຖ້ວມໃນຫຼາຍເຂດຂອງນະຄອນຫຼວງວຽງຈັນ ປະຊາຊົນຫຼາຍບ້ານໄດ້ຮັບຜົນກະທົບ ໃນນັ້ນ ປະຊາຊົນຊາວບ້ານໂນນແກ້ວ ເມືອງສີໂຄດຕະບອງ ຈຳນວນ 35 ຄອບຄົວ ກໍໄດ້ຮັບຜົນກະທົບ, ເພື່ອແກ້ໄຂແລະບັນເທົາສະພາບດັ່ງກ່າວ ວັນທີ 9 ສິງຫາ 2022ນີ້ ອົງການກາແດງແຫ່ງຊາດລາວ ໄດ້ສົມທົບກັບອຳນາດການປົກຄອງແຕ່ລະຂັ້ນເພື່ອໃຫ້ການຊ່ວຍເຫລືອຢ່າງຮີບດ່ວນ ເປັນຕົ້ນແມ່ນຄະນະບ້ານໂນນແກ້ວ ເພື່ອນຳເອົາເຄື່ອງຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນໄປຊ່ວຍເຫຼືອ.
ເຄື່ອງທີ່ນຳໄປຊ່ວຍເຫລືອໃນຄັ້ງນີ້ມີຈຳນວນ35ຊຸດ ປະກອບມີເຂົ້າສານໜຽວ, ນ້ຳດື່ມ, ປາກະປ໋ອງ,ນ້ຳມັນພືດ ແລະ ເຄື່ອງຮັບໃຊ້ປະຈໍາວັນອື່ນໆ ລວມມູນຄ່າທັງໝົດ14 ລ້ານກວ່າກີບ ໂດຍເປັນກຽດກ່າວມອບຂອງທ່ານ ດຣ ກາວິພອນ ສຸດທິ ຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວ, ຮັບໂດຍພໍ່ແມ່ປະຊາຊົນບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄຳຫຼ້າ ກຸມພົນພັກດີ ນາຍບ້ານໂນນແກ້ວ ຕະຫຼອດຮອດພະນັກງານຈາກອົງການກາແດງລາວ ແລະ ອົງການຈັດຕັ້ງຂອງບ້ານ.
ໂດຍ: ນັກຂ່າວອົງການກາແດງ