ໃນວັນທີ 16 ກັນຍາ 2024, ທີມງານຂ່າວສື່ມວນຊົນ ປກສ ໄດ້ລົງພື້ນທີ່ເກັບກຳຂ່າວສະພາບນໍ້າຖ້ວມທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ; ເຊິ່ງໄດ້ຮັບການລາຍງານຈາກນາຍບ້ານ ແລະ ປະຊາຊົນໃນພື້ນທີ່ວ່າ: ເນື່ອງຈາກຝົນຕົກລິນຫຼາຍວັນເຮັດໃຫ້ລະດັບນໍ້າຂອງເພີ່ມຂຶ້ນຫຼາຍ ແລະ ໄດ້ຍູ້ໜູນນໍ້າງື່ມເຊິ່ງເປັນສາຂາຂອງແມ່ນໍ້າຂອງໄດ້ຖ້ວມບ້ານເຮືອນຂອງປະຊາຊົນ ກໍຄືບ້ານໄຮ່ ໄດ້ຮັບຜົນກະທົບໜັກ 70 ກວ່າຄອບຄົວ, ບາງພື້ນທີ່ມີລະດັບຄວາມສູງເຖິງ, ໄຮ່, ນາ, ຮົ້ວສວນ ເປັນຕົ້ນແມ່ນ: ສວນມັນຕົ້ນ ຂອງປະຊາຊົນໄດ້ຮັບຜົນກະທົບນໍ້າຖ້ວມຫຼາຍສົມຄວນ.
ປັດຈຸບັນ, ລະດັບນໍ້າແມ່ນໄດ້ຫຼຸດລົງເລັກໜ້ອຍ, ອໍານາດການປົກຄອງບ້ານໄດ້ໃຫ້ປະຊາຊົນເຄື່ອນຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງຂອງຕົນໄປໄວ້ໃນທີ່ສູງ ພ້ອມທັງໄດ້ເຝົ້າລະວັງເພື່ອກຽມຄວາມພ້ອມຮັບມືຕະຫຼອດເວລາ ເພື່ອເຮັດໃຫ້ໄດ້ຮັບຜົນກະທົບໃຫ້ໜ້ອຍທີ່ສຸດ.
ພາບ-ຂ່າວ: ແກ້ວ







