ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນຜູ້ຖືກຜົນກະທົບໄພນໍ້າຖ້ວມຢູ່ເມືອງຜາອຸດົມ ໄດ້ຮັບເຄື່ອງຊ່ວຍເຫຼືອ

Oct 29, 2024

ໃນລະຫວ່າງວັນທີ 25-26 ຕຸລາ 2024 ນີ້. ຢູ່ທີ່ເດີ່ນວັດ ບ້ານປາກຫາດ ເມືອງຜາອຸດົມ ແຂວງບໍ່ແກ້ວ, ສະມາຄົມສົ່ງເສີມຄວາມຮູ້ ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ ຫຼື ສະມາຄົມຄໍາຄິດ ປະຈໍາແຂວງບໍ່ແກ້ວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ແລະແນວພັນພືດກະສິກໍາ ໄປມອບໃຫ້ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ທີ່ເກີດຈາກລົມພາຍຸຢາກິ ໃນຄັ້ງວັນທີ 9-11 ກັນຍາ 2024 ໃນໄລຍະຜ່ານມາ ແລະຄອບຄົວທຸກຍາກ-ຂາດເຂີນ. ນໍາພາທີມງານໂດຍທ່ານ ນາງ ພອນໄຊ ມະນີວົງໄຊ ປະທານ ສະມາຄົມຄໍາຄິດ ປະຈໍາແຂວງບໍ່ແກ້ວ
ເຄື່ອງທີ່ນໍາມາມອບໃນ ຄັ້ງນີ້, ປະກອບມີ ເຂົ້າສານໜຽວ 9,300 ກິໂລ, ຜ້າຮົ່ມໂຕ່ໆ 561 ຜືນ, ແນວພັນຜັກກາດ ແລະຜັກຫອມ 748 ປ໋ອງ, ໃນນີ້, ບ້ານປາກຫາດ ມີ 43 ຄອບຄົວ, ບ້ານຫາດຄໍາ 19 ຄອບຄົວ, ບ້ານຫາດຫ້ອມ 32 ຄອບຄົວ, ບ້ານຫາດໜາມ 32 ຄອບຄົວ, ບ້ານຫາດໂຊນ 44 ຄອບຄົວ.
ນອກຈາກນີ້ ຍັງມອບອຸປະກອນການຮຽນ-ການສອນ ແລະອຸປະກອນກິລາຈໍານວນໜຶ່ງ ໃຫ້ຄູ, ນ້ອງນັກຮຽນ 03 ໝວດໂຮງຮຽນປະຖົມຄື: ໂຮງຮຽນປະຖົມຫາດໜາມ, ໂຮງຮຽນປະຖົມຫາດຫ້ອມ, ໂຮງຮຽນປະຖົມຫາດໂຊນ ແລະໂຮງຮຽນ ມຕ ຫາດໜາມ ລວມມູນຄ່າ 305 ລ້ານກວ່າກີບ.
ພາບ-ຂ່າວ: ໂສພາ ທິບພະວົງ